ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-29 16:16:00    
[ຄະນະຮ້ອງ​ເພງ"ອາລີລາງ"]

cri Author: mo


ໃນ​ຫົວທີ, ອ້າຍ​ບ່າວ 4 ຄົນ​ນີ້​​ໄດ້ຮູ້ຈັກ​ກັນ​ຍ້ອນ​​ການ​ຟ້ອນ. ​ໃນ​ເວລາ​ເຂົ້າຮຽນ​ທີ່​ວິທະຍາຄານ​ສິລະ​ປະ​ຂອງ​ມະຫາວິທະຍາ​ໄລ​ຢຽນປຽນ​ແຂວງ​ຈີ​ລິນ​ນັ້ນ, ພວກ​ເຂົາ​ເຈົ້າ​ແມ່ນ​ນັກຮຽນ​ຂອງ​ຂະ​ແໜງ​ວິຊາ​ການ​ຟ້ອນ. ​ແຕ່​ວ່າ, ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຢູ່​ນຳກັນນັ້ນ​ພັດ​ບໍ່​ແມ່ນ​ການ​ຟ້ອນ, ຫາກ​ແມ່ນ​ຄວາມ​ນິຍົມຮ່ວມ​ກັນ​ຂອງ​ພວກ​ເຂົາ​ເຈົ້າຄື​ຮ້ອງ​ເພງ. ທ້າວ​ຈິນ​ເຈີ​ນານ ຫົວໜ້າ​ຄະນະອາລີ​ລາງ​ເວົ້າວ່າ, ​ໃນ​ເວລາ​ນັ້ນ, ຕາບ​ໃດ​ມີ​ເວລາ​ຫວ່າງ, ​ເຂົາ​ເຈົ້າ 4 ຄົນ​ກໍ​ແອບ​ຮ້ອງ​ເພງ​ນຳ​ກັນ. ລາວ​ເວົ້າວ່າ:

ທະ​ແນມ​ແຕ່​ມີ​ເວລາ, ພວກ​ເຮົາ 4 ຄົນ​ກໍ​​​ແອບ​ຮ້ອງ​ເພງ​ນຳ​ກັນ. ​ເມື່ອ​​ໃກ້​ຈະ​ຮຽນ​ຈົບ, ພວກ​ເຮົາ​ປະກົດ​ເຫັນ​ວ່າ, ​ເຮົາ​ 4 ຄົນ​ມີ​ຄວາມ​ຄິດ​ຄື​ກັນ​ຫລາຍ, ​ຊື່​ງກໍ​ຄືຢາກ​​ໄປຮຽນ​ຄວາມ​ຮູ້ພື້ນຖານດ້ານ​ດົນຕີ. ພາຍຫລັງ​ມາ, ຈາກ​ການ​​ຮຽນ​ຈົບຍັງ​ມີປີ​ເຄິ່ງ​, ພວກ​ເຮົາ 4 ຄົນ​ກໍ​ໄດ້​ປ່ຽນ​​ຂະ​ແໜງ​ວິຊາ, ​ໄປ​ຮຽນ​ວິຊາ​ຮ້ອງ​ເພງ.


1  2  3  4