|
|
 |
| (GMT+08:00)
2005-05-09 17:44:45
|
 |
|
ຈື່ຈຳປະຫວັດສາດ ບໍ່ລືມເລື່ອງອະດີດ ຖະນຸຖະຫນອມສັນຕິພາບ ບຸກເບີກອະນາຄົດ----ທ່ານຫູຈີນທາວພົບປະນັກລົບເກົ່າຂອງລັດເຊຍ
cri
Author: sayvanny
ກໍ່ຍ້ອນວ່າປະຊາຊົນຈີນໃນສະໄຫມມໍ່ໄດ້ປະສົບຄວາມທຸກທໍລະມານຈາກສົງຄາມຮຸກຮານມາພໍແຮງ,ຈິ່ງຮູ້ສຶກຄວາມລ້ຳຄາຂອງສັນຕິພາບຢ່າງເລິກເຊິ່ງ.ທ່ານຫູຈີນທາວປະກາດຢ່າງຫນັກແຫນ້ນວ່າ:
ຈີນຈະຊູຄັນທຸງສັນຕິພາບ ການພັດທະນາແລະການຮ່ວມມືຢ່າງເດັດ ດ່ຽວຫນຽວແຫນ້ນ, ເດີນໄປຕາມເສັ້ນທາງພັດທະນາໂດຍສັນຕິຢ່າງຫມັ້ນ ຫນຽວບໍ່ປ່ຽນແປງ,ບາກບັ່ນສູ້ຊົນເພື່ອປົກປັກຮັກສາສັນຕິພາບໂລກແລະຊຸກຍູ້ການພ້ອມກັນພັດທະນາຢ່າງເດັດດ່ຽວຫນຽວແຫນ້ນ.ຂ້າພະເຈົ້າຫວັງດ້ວຍຄວາມຈິງໃຈວ່າ,ປະຊາຊົນຈີນລັດເຊຍຈົ່ງມີມິດຕະພາບຕໍ່ກັນຈົນເທົ່າໃດໆ, ພ້ອມກັນກັບປະຊາຊົນບັນດາປະເທດທຳຄວາມພະຍາຍາມ, ສ້າງໂລກກົມ ກຽວກັນທີ່ມີສັນຕິພາບຖາວອນແລະມີຄວາມຈະເລີນຮຸ່ງເຮືອງໂດຍທົ່ວໄປ.
ທ່ານເກຼເຢຟ ນັກລົບເກົ່າທີ່ເຄີຍເຂົ້າຮ່ວມການສູ້ລົບປົດປ່ອຍເມືອງມູຕານຈ່ຽງ ພາກຕາເວັນອອກສຽງເຫນືອຂອງຈີນແລະແຫ່ງອື່ນໆດຽວນີ້ແມ່ນຫົວຫນ້າສະຖາບັນວິທະຍາສາດການທະຫານລັດເຊຍໃນປະຈຸບັນ.ໃນເວລາໃຫ້ສຳພາດ,ທ່ານເວົ້າວ່າ:
ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ, ປະທານປະເທດຈີນບໍ່ໄດ້ລືມການປະກອບສ່ວນຂອງນັກລົບເກົ່າລັດເຊຍຕໍ່ຈີນ,ຂ້າພະເຈົ້າເຫັນວ່າ, ທ່ານປະ ທານຫູຈີນທາວພົບກັບພວກຂ້າພະເຈົ້າຍ່ອມຈະເພີ່ມທະວີມິດຕະພາບລະ ຫວ່າງປະຊາຊົນສອງປະເທດຕື່ມອີກ. 1 2 3
|
|
|