ຈື່ຈຳປະຫວັດສາດ ບໍ່ລືມເລື່ອງອະດີດ ຖະນຸຖະຫນອມສັນຕິພາບ ບຸກເບີກອະນາຄົດ----ທ່ານຫູຈີນທາວພົບປະນັກລົບເກົ່າຂອງລັດເຊຍ
cri
Author: sayvanny
ນັກລົບເກົ່າທີ່ຢູ່ຊ້ອງຫນ້າໄດ້ເຂົ້າຮ່ວມການສູ້ລົບຕ້ານຍີ່ປຸ່ນອັນດຸເດືອດ ຢູ່ສະຫນາມລົບພາກຕາເວັນອອກສຽງເຫນືອຂອງຈີນ,ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ຂອງປະຊາຊົນຈີນຕ້ານພວກຍີ່ປຸ່ນຜູ່ຮຸກຮານ.ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພວກທ່ານ.ໃນການສູ້ລົບໃນຄາວນັ້ນ, ທະຫານກອງທັບແດງສະຫະພາບໂຊວຽດໄດ້ສູ້ຊົນຢ່າງກ້າຫານ, ຄົນບໍ່ຫນ້ອຍໄດ້ເສຍສະຫລະ,ປະຊາຊົນຈີນຈະຈື່ຈຳຄຸນງາມຄວາມດີທີ່ອົງອາດກ້າ ຫານຂອງພວກເຂົາເຈົ້າຈົນເທົ່າໃດໆ.
ປະຫວັດສາດແມ່ນແວ່ນແຍງທີ່ສ່ອງແສງເລື່ອງຈິງ,ທັງແມ່ນແບບຮຽນທີ່ເຕັມໄປດ້ວຍເຫດຜົນ.ທ່ານຫູຈີນທາວຊີ້ອອກວ່າ, ຖືປະຫວັດສາດເປັນແວ່ນແຍງ, ບຸກເບີກອະນາຄົດ,ເປັນການເລືອກເອົາອັນຖືກຕ້ອງຂອງສັງຄົມມະ ນຸດທີ່ມີຕໍ່ປະຫວັດສາດ.ທ່ານເວົ້າວ່າ:
ການຈື່ຈຳປະຫວັດສາດ,ບໍ່ລືມເລື່ອງອະດີດແມ່ນເພື່ອຖະນຸຖະຫນອມສັນຕິພາບແລະບຸກເບິກອະນາຄົດ.ພວກເຮົາລະລຶກສົງຄາມຕ້ານຟັດຊິດຂອງໂລກໄດ້ຮັບໄຊຊະນະ,ກໍ່ແມ່ນເພື່ອຖະນຸຖະຫນອມແລະປົກປັກຮັກສາສັນຕິ ພາບທີ່ໄດ້ມາບໍ່ງ່າຍນັ້ນໃຫ້ດີກວ່າເກົ່າ,ເຮັດໃຫ້ໂສກນາດຕະກຳແຫ່ງສົງຄາມບໍ່ເກີດຂຶ້ນຄືນໃຫມ່,ໃຫ້ປະຊາຊົນບັນດາປະເທດມີຄວາມສະຫງົບສຸກຖາວອນ.
1 2 3
|
|