ນັກປະຫວັດສາດຈີນຊີ້ອອກວ່າ, ປະຊາຊົນຈີນໄດ້ມີການເສຍສະຫລະປະຊາຊາດອັນມະຫາສານແລະໄດ້ປະກອບສ່ວນອັນສຳຄັນທາງປະຫວັດ ສາດເຂົ້າໃນໄຊຊະນະຂອງສົງຄາມຕ້ານຟັດຊິດໂລກ
cri
Author: sayvanny
ກຳລັງທະຫານຂອງຍີ່ປຸ່ນທີ່ຢູ່ຈີນກວມ 50% ຂຶ້ນໄປຂອງກຳລັງທະຫານບົກທັງຫມົດຂອງເຂົາ.ເມື່ອສະຫນາມລົບຈີນໄດ້ແກ່ດຶງກຳລັງຕົ້ນຕໍຂອງທະຫານບົກຍີ່ປຸ່ນ,ທະຫານຍີ່ປຸ່ນກໍ່ຂ້ອນຂ້າງລຳບາກໃນເວລາຕໍ່ສູ້ກັບອາເມລິກາຢູ່ມະຫາສະຫມຸດປາຊິກຟິກ,ພ້ອມກັນນັ້ນ, ກໍ່ໄດ້ເສີມຂະຫຍາຍບົດບາດປະສານກັນກັບສະຫນາມລົບຂອງຝ່າຍຕາເວັນຕົກ.
ທ່ານໂລສແວວ ອະດີດປະທານາທິບໍດີອາເມລິກາເຄີຍວິຈານວ່າ:"ຖ້າບໍ່ມີຈີນ, ຄິດເບິ່ງດຸ,ທະຫານຍີ່ປຸ່ນຈັກກອງພົນຈະຈັດວາງໄປຕໍ່ສູ້ຢູ່ດ້ານອື່ນໆ? ພວກເຂົາເຈົ້າສາມາດຍຶດເອົາທົ່ວອົສຕຼາລີແລະອິນເດຍໃນທັນ ທີ." ທ່ານເຊີຊິນ ອະດີດນາຍົກລັດຖະມົນຕີອັງກິດກໍ່ເຄີຍຊີ້ອອກວ່າ:"ຖ້າຍີ່ປຸ່ນ ບຸກໂຈມຕີມະຫາສະຫມຸດອິນເດຍຕາເວັນຕົກ,ຍອມຈະເຮັດໃຫ້ຝ່າຍເຮົາພັງທະລາຍຢູ່ຕາເວັນອອກກາງ, ມີແຕ່ຈີນຈິ່ງປ້ອງກັນບໍ່ໃຫ້ເກີດມີສະພາບການເຫລົ່ານີ້."
ໃນການຕໍ່ສູ້ຕ້ານຍີ່ປຸ່ນເປັນເວລາ 8 ປີ, ທະຫານແລະປະຊາຊົນຈີນໄດ້ດັບສູນທະຫານຍີ່ປຸ່ນຜູ່ຮຸກຮານຈີນ 1 ລ້ານ 5 ແສນກວ່າຄົນ, ກວມ 70% ຂອງຍອດຈຳນວນທະຫານຍີ່ປຸ່ນທີ່ຕາຍແລະບາດເຈັບໃນສົງຄາມໂລກຄັ້ງທີສອງ,ໄດ້ມີບົດບາດຊີ້ຂາດໃນການດັບສູນເຂົາ,ແຕ່ປະຊາຊົນຈີນກໍ່ປະ ສົບຄວາມເສຍສະຫລະອັນມະຫາສານ.ຜ່ານການຄົ້ນຄວ້າເປັນເວລາຫລາຍປີ, ນັກປະຫວັດສາດຈີນຢືນຢັນວ່າ, ໃນສົງຄາມຕໍ່ຕ້ານຍີ່ປຸ່ນ, ທະຫານແລະປະຊາຊົນຈີນທີ່ບາດເຈັບແລະເສຍສະຫລະນັ້ນລວມມີ 35 ລ້ານກວ່າຄົນ, ເກືອບທໍ່ກັບ 1/10 ຂອງປະຊາກອນຈີນໃນຄາວນັນ, ຄວາມເສຍຫາຍດ້ານຊັບສິນແລະການສິ້ນເປືອງໃນສົງຄາມຂອງຈີນບັນຸລເຖິງ 560 ຕື້ກວ່າໂດລາສະຫະລັດ. 1 2 3
|
|