ນັກປະຫວັດສາດຈີນຊີ້ອອກວ່າ, ປະຊາຊົນຈີນໄດ້ມີການເສຍສະຫລະປະຊາຊາດອັນມະຫາສານແລະໄດ້ປະກອບສ່ວນອັນສຳຄັນທາງປະຫວັດ ສາດເຂົ້າໃນໄຊຊະນະຂອງສົງຄາມຕ້ານຟັດຊິດໂລກ
cri
Author: sayvanny
ແຕ່ການແຜ່ຂະຫຍາຍຂອງຍີ່ປຸ່ນພັດບໍ່ສະດວກເຫມືອນດັ່ງເຂົາຄາດຄິດ,ເພາະວ່າ, ຢູ່ຈີນ ທະຫານຍີ່ປຸ່ນໄດ້ປະສົບການຕໍ່ຕ້ານຢ່າງຫມັ້ນຫນຽວທົນທານຈາກທະຫານແລະປະຊາຊົນຈີນ.
ທ່ານວາງຈ້ຽນລັງ ຮອງຫົວຫນ້າສະຖາບັນຄົ້ນຄວ້າປະຫວັດສາດສະໄຫມມໍ່ຂອງສະພາບັນດິດວິທະຍາສາດສັງຄົມຈີນເວົ້າວ່າ,ໃນຄາວນັ້ນ, ສະຫນາມລົບຂອງຈີນລວມທັງສະຫນາມລົບດ້ານຫນ້າແລະສະຫນາມລົບເບື້ອງຫລັງສັດຕູ.
ຢູ່ສະຫນາມລົບດ້ານຫນ້າແມ່ນຖືກອງທັບລັດຖະບານທີ່ນຳພາໂດຍພັກກົກມິນຕັງເປັນຕົ້ນຕໍ,ສ່ວນກອງທັບສາຍທີ 8 ແລະກອງທັບໃຫມ່ທີ 4 ພ້ອມດ້ວຍທະຫານລາດແລະກອງຫລອນທີ່ຂະຫຍາຍຕົວອອກໃນພາຍຫລັງມາທີ່ນຳໂດຍພັກກອມມູນິດຈີນກໍ່ແມ່ນກຳລັງຫລັກແຫລ່ງຕໍ່ສູ້ກັບຍີ່ປຸ່ນຢູ່ເຂດທີ່ຖືກຍີ່ປຸ່ນຍຶດຄອງ, ສະຫນາມລົບສອງແຫ່ງມີການພົວພັນປະສານສົມທົບກັນ.
ທະຫານແລະປະຊາຊົນຈີນໄດ້ສູ້ລົບກັບສັດຕູທີ່ເຂັ້ມແຂງກວ່າຕົນເອງໃນດ້ານກຳລັງຕົວຈິງເສດຖະກິດແລະຍຸດໂທປະກອນການທະຫານຕັ້ງ ຫລວງຫລາຍໃນສອງສະຫນາມລົບນັ້ນເປັນເວລາ 8 ປີ.
ທ່ານວາງຈ້ຽນລາງອະທິບາຍວ່າ, ປີ 1942 ຈີນກັບ 26 ປະເທດຄື ອະດີດສະຫະພາບໂຊວຽດ ອາເມລິກາແລະອັງກິດເປັນຕົ້ນໄດ້ເຊັນຄຳຖະແຫລງການປະເທດຮ່ວມສຳພັນຢູ່ວໍຊິງຕັນ,ເມື່ອເປັນແນວນີ້, ໃນພາກຕົວຈິງແລ້ວສະຫນາມລົບຂອງຈີນໄດ້ກາຍເປັນສະຫນາມລົບຕົ້ນຕໍຢູ່ຝ່າຍຕາເວັນອອກຂອງສົງຄາມຕ້ານຟັດຊິດໂລກ.
1 2 3
|
|