ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-14 10:52:24    
ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ຈີນ​ກັບ​ໄທ​ມີ​ຫວັງ​ຈະ​ເພີ່ມ​ຂຶ້ນ​(ພາບ)(ສຽງ)

cri Author: q

ກົງ​ສູນ​ໃຫຍ່​ຂອງ​ສະຖານກົງ​ສູນໄທ​ປະຈຳ​ຄຸນ​ມິ​ງ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ(ຊ້າຍ)

ກົງ​ສູນ​ໃຫຍ່​ຂອງ​ສະຖານກົງສູນ​ ​ໄທ​ປະຈຳ​ຄຸນ​ມິ​ງກ່າວ​ວ່າ,ຝ່າຍ​ໄທ​ໄດ້​ຝາກ​ຄວາມ​ຫວັງ ​ຫຼາຍ​ນຳການ​ຄ້າ​ລະຫວ່າງ​ຢຸນນານ​ກັບ​ໄທ.ທ່ານ​ໄດ້​ຍົກ​ເອົາ​ຕົວ​ເລກ​ມາອະ​ທິ​ບາຍ​ທັດ​ສະ​ນະ​ຂອງ​ຕົນ​ວ່າ: ຕາມ​ສະຖິຕິ​ຂອງ​ສະຖານກົງສູນ​ໃຫຍ່​ໄທ​ປະຈຳ​ຄຸນ​ມິງ,​ປີ​2004,​ມີ​49​ພັນ​ເທື່ອ​ຄົນ​ຈາກ​​ຢຸນ​ນານ​ໄປ​ໄທ,​ແລະ​ກໍ​ມີຄົນ​ໄທ​ຈຳນວນ​ເທົ່າ​ກັນ​ມາ​ທັດ​ສະ​ນາ​ຈອນ​ສຳ​ຫຼວດ​ຢຸນ​ນານ.​ໃນ​ປີ​ກາຍ,ຈຳນວນ​ຄົນ​ເຂົ້າ​ອອກ​ເມືອງ​ຂອງໄທ​​ແລະ​ຈີນ​ມີ​ປະ​ມານ​7​ແສນ​ເທື່ອ​ຄົນ,​ໃນ​ນັ້ນ,​ຈຳ​ນວນ​ຄົນ​ຢຸນ​ນານ​ກັບ​ຄົນ​ໄທ​ກວມ​1/7,​ຍອດ​ຈຳ​ນວນ​ຄົນ​ໄປ​ມາ​ຫາ​ສູ່​ກັນ​ຫຼາຍ​ກວ່າ​ໝູ່​ໃນ​ບັນ​ດາ​​ແຂວງ​ເຂດ​ແລະ​​ນະຄອນ​ຂອງ​ຈີນ.ສອງ,ຊາວ​ຢຸນນານ​ທີ່​ອາ​ໄສ​ຢູ່​ໄທ​ມີ​ເກືອບ​4​ແສນ​ຄົນ,​ໃນ​ຫຼາຍ​ປີ​ມາ​ນີ້,ຊາວ​ຈີນ​ເຫຼົ່າ​ນີ້​ພ້ອມ​ດ້ວຍອົງການ​ຈັດ​ຕັ້ງ​ຂອງ​ພວກ​ເຂົາ​ເຈົ້າ​ເຊັ່ນ​ສະ​ມາ​ຄົມ​ຊາວ​ຢຸນ​ນານ​ຢູ່ໄທ​ເປັນ​ຕົ້ນ​ໄດ້​ກັບ​ຄືນ​ມາ​ຢາມ​ຍາດ​ພີ່ນ້ອງ​ຢູ່​ຈີນຫຼື​​ໄປ​ມາ​ຢ້ຽມ​ຢາມ​ກັນ​​ຕັ້ງ​ຫຼາຍ​ເທື່ອ,ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ສາມ,​ການ​ກໍ່​ສ້າງ​ທາງ​ຫຼວງ​ຈາກ​ຄຸນ​ມິ​ງຫາ​ບາງ​ກອກ​​ເຊິ່ງ​ເປັນ​​ເສັ້ນ​ທາງ​ສາ​ກົນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ແລ້ວ,​ຜ່ານ​ຈາກ​ການ ​ຂັບ​ລົດ​ສຳ​ຫຼວດ​ແຫຼມ​ອິນ​ດູ​ຈີນ​,​ໄລ​ຍະ​ທາງ​5000​ກວ່າ​ກິ​ໂລ​ແມັດ​ທີ່​ຈັດ​ໂດຍ​ສະ​ມາ​ຄົມ​​ເສດ​ຖະ​ກິດ​ການ​ຄ້າ​ອາຊີ​ປາ​ຊີ​ຟິກ​ແລະ​ກຸ່ມ​ເອັກ​ສ​ໂປ​ຢຸນ​ນານ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້,​ຂ້ຽວ​ເລັ່ງ​ບາດ​ກ້າວ​ກໍ່​ສ້າງ​ທາງ​ຫຼວງ​ຄຸນ​ມິ​ງ​ບາງ​ກອກ​ນັ້ນ​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ບັນ​ດາ​ຝ່າຍ​ອີກ​ເທື່ອ​ໜຶ່ງ,​ສະ​ນັ້ນ,​ປີ​ນີ້​ກໍ​ໄດ້​ກາຍ​ເປັນ​ປີ​ສຳ​ຄັນ​ແຫ່ງ​ການ​ກໍ່​ສ້າງ​ທາງ​ຫຼວງ​ຈາກ​ຄຸນ​ມິ​ງຫາ​ບາງ​ກອກ.


1  2  3