
ພາບໂຄສະນາໃນງານວາງສະແດງ
ທ່ານຈີ້ຊືຈົ່ງ ຜູ້ຈັດການໃຫຍ່ຂອງບໍລິສັດຈ້າວເຟິງຢຸນນານບອກນັກຂ່າວວ່າ,ບໍລິສັດພວກຂ້າພະເຈົ້າໄດ້ ຊື້ຜະລິດຕະພັນກະສິກຳທີ່ມີມູນຄ່າ10ລ້ານຢວນນຳນັກທຸລະກິດໄທ.ໜຶ່ງແມ່ນເຫັນວ່າສິນຄ້າເຫຼົ່ານີ້ມີຈຸດພິເສດ,ສອງແມ່ນຍ້ອນວ່າຝ່າຍໄທໃຫ້ຄຳໝັ້ນສັນຍາວ່າ,ຈະຂົນສົ່ງທາງເຮືອຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ນີ້ຈະຫຼຸດໄລຍະທາງແລະຕົ້ນທຶນການຂົນສົ່ງໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.
ຕາມການສະເໜີ,ເພື່ອ ຊື້ວັດຖຸດິບຜະລິດເຄື່ອງດື່ມ,ບໍລິສັດຈ້າວເຟິງຢຸນນານໄດ້ຊື້ນ້ຳໝາກໄມ້,ແລະສະຄູຈາກປະເທດອາຊຽນເຊັ່ນໄທ,ມາເລເຊຍເປັນຕົ້ນ.ແຕ່ໃນເມື່ອກ່ອນ,ວັດຖຸດິບເຫຼົ່ານີ້ສ່ວນຫຼາຍຕ້ອງຂົນສົ່ງທາງບາງກອກມາຫານະຄອນກວາງໂຈ່ວກ່ອນ,ແລ້ວຈິ່ງຂົນສົ່ງທາງບົກໄປຄຸນມິງ,ອັນໄດ້ເພີ່ມຕົ້ນທຶນຂຶ້ນອີກ.ສະນັ້ນ,ໃນງານວາງສະແດງສິນຄ້າທັນຍາຫານແລະນ້ຳມັນໄທ,ບໍລິສັດຈ້າວເຟິງຢຸນນານໄດ້ຮູ້ວ່າຝ່າຍໄທຈະຂົນສົ່ງສິນຄ້າຈາກທາງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ທ່ານຮູ້ສຶກດີໃຈທີ່ສຸດ.
ທ່ານຈີ້ຊືຈົ່ງເວົ້າວ່າ,ນີ້ສະແດງໃຫ້ເຫັນວ່າ,ຕາບໃດ ຄົມມະນາຄົມລະຫວ່າງຢຸນນານກັບໄທໄດ້ຮັບການປົວແປງໃຫ້ດີຂຶ້ນແລ້ວ,ນັກທຸລະກິດຢຸນນານແລະໄທກໍຈະມີໂອກາດການຄ້າອັນໃຫຍ່ຫຼວງ.
1 2 3
|