ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 20:26:57    
ຊົມ​ງານ​ອາ​ພອນ​ທັນ​ສະ​ໄໝ​ຢູ່​ນະ​ຄອນ​ປັກ​ກິ່ງ(ສຽງ)

cri Author: q



ຮ້ານວາງສະແດງເຄື່ອງນຸ່ງກາຈົ່ງຢູ

ການ​ຈັດ​ຮ້ານ​ວາງສະ​ແດງ​ທີ່​ມີ​ຈຸດ​ພິ​ເສດ​ດີ​ເດັ່ນ​ຂອງ​ເຄື່ອງນຸ່ງ​ກາ​ຕ່າງໆ​ແມ່ນ​ຈຸດ​ຮຸ່ງ​ເຮືອງ​ຂອງ​ງານ​ວາງສະ​ແດງຄັ້ງ​ນີ້.ບ່ອນວາງສະ​ແດງ​​ເຄື່ອງນຸ່ງກາ​ຊ່ານ​ຊ່ານຊຸດ​ສາກົນ ​ທີ່​ມີ​ຊື່​ສຽງຂອງ​ຈີນ​ຈັດ​ເປັນ​ຄື​ກັນ​ກັບ​ບາ​ເຫຼົ້າ,ມີ​ແສງ​ໄຟ​ມືດ​ມົວ​ແຕ່​ອ່ອນ​ໂຍນ,​​ເຊິ່ງມີບັນຍາກາດ​ໂລ​ມັງຕິກ​ຢ່າງ​ເຂັ້ມ​ຂຸ້ນ.​ບ່ອນ​ວາງສະ​ແດງເຄື່ອງ​ນຸ່ງກາ​​ໄຝ່ຈູ​ລີ​ວ ​ໃຊ້​ສີ​ດຽວ​ປະດັບ,ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ຕ່າງ​ໝູ່​ຢ່າງ​ພົ້ນ​ເດັ່ນ.ສ່ວນ​ກາຈົ່ງ​ອີ ຂອງ​ແຂວງ​ກວາງ​ຕຸ້ງກໍ​ໄດ້​ນຳ​ເອົາ​ພາບອັນ​ສວຍ​ງາມ​ຂອງ​ພາກ​​ໃຕ້​ຈີນມາຈັດ​ໄວ້​​ໃນ​ຫ້ອງ​ວາງສະ​ແດງ,​​​ດິນຊາຍ,ນ້ຳ​ທະ​ເລ,ຕົ້ນ​ພ້າວ​ພ້ອມ​ດ້ວຍ​ຜູ້ສາວ​ທີ່​ພວມ​ຫຼິ້ນ​ບານ​ສົ່ງຢູ່​ຫາດ​ຊາຍ​ທະ​ເລ,​​​ເຕັມ​ໄປ​ດ້ວຍ​ຊີວິດ​ສົດ​ຊື່ນ,​ແຂງ​ແຮງ,ທັນ​ສະ​ໄໝ​ແລະ​ສະບາຍ​ສະບາຍ.ຍ່າງ​ເລາະ​ຢູ່​ໃນ​ຫໍ​ວາງສະ​ແດງ​ທີ່​ໂອ້​ໂຖງ,ບ່ອນ​ໃດ​ກໍ​ມີ​ນັ່ງ​ຊາ​ລົງ,​ເຫຼົ້າ​ຊຳ​ປາຍ,​ເປຍ​ໂນ,ຂະໜົມອົມ,ດອກ​ໄມ້​ແລະ​ອື່ນໆ​ທີ່​ປະ​ດັບ​ປະ​ດາ​ຢູ່​ຕາມ​ເຄື່ອງ​ນຸ່ງ​ກາ​ຕ່າງໆ,​ການ​ອອກ​ແບບ​ງານ​ວາງສະ​ແດງ​ງາມ​ຫຼາຍ​ໄດ້​ນຳ​ເອົາ​ຄວາມ​ງາມ​ຢ່າງ​ເຫຼືອ​ລົ້ນ​ມາ​ໃຫ້​ຜູ້​ຊົມ​ທັງ​ຫຼາຍ.


1  2  3  4  5  6  7  8