
ໃນງານວາງສະແດງຄັ້ງນີ້,ການປະກົດຕົວຂອງຫຼາຍຍີ່ຫໍ້ໃໝ່ທີ່ນຳເຂົ້າສູ່ຕະຫຼາດໃນຫຼາຍປີມານີ້ໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກໃໝ່ອ່ຽມ.ເມື່ອຍ່າງເຂົ້າຊົມຫ້ອງວາງສະແດງຂອງເຄື່ອງນຸ່ງເຫຼັ້ນກາຢູສິງເອີຂອງຫູເມິນເມືອງຕົ່ງການ ແຂວງກວາງຕຸ້ງຈີນ,ນັກຂ່າວໄດ້ສັງເກດເຫັນວ່າໃນຕູ້ວາງສະແດງລ້ວນແຕ່ແມ່ນຊຸດຄູ່ຮັກທັງໝົດທີ່ມີສົດໃສສະດຸດຕາ,ສະແດງໃຫ້ເຫັນຄວາມຫ້າວຫັນຂອງໄວລຸ້ນຢ່າງເຕັມທີ່.ທ່ານຈ່າງຢຸ້ຍ ຜູ້ຮັບຜິດຊອບຂອງບໍລິສັດເຄື່ອງນຸ່ງກາຢູສິງເອີຈຳກັດບອກວ່າ,ພວກເພິ່ນເຂົ້າຮ່ວມງານວາງສະແດງເຄື່ອງນຸ່ງສາກົນຈີນເປັນຄັ້ງທຳອິດ,ທ່ານເວົ້າວ່າ:
"ເຄື່ອງນຸ່ງທີ່ພວກເຮົາໄດ້ນຳມາວາງສະແດງເທື່ອນີ້ຕົ້ນຕໍແມ່ນຊຸດຄູ່ຮັກ,ເໝາະສຳລັບຊາວໜຸ່ມຍິງຊາຍໃນຕົວເມືອງທີ່ທັນສະໄໝ.ພວກເຮົາເຂົ້າຮ່ວມງານວາງສະແດງເທື່ອນີ້ແມ່ນສະແດງຄວາມປະດິດສ້າງຂອງພວກເຮົາຕໍ່ພໍ່ຄ້າຕົວແທນຈຳໜ່າຍແລະລູກຄ້າທັງຫຼາຍ.ງານວາງສະແດງເທື່ອນີ້ໄດ້ເຮັດໃຫ້ພໍ່ຄ້າຕົວແທນຈຳໜ່າຍມີຄວາມໝັ້ນໃຈທີ່ສຸດ,ແລະກໍຈະເຮັດໃຫ້ຍີ່ຫໍ້ຂອງພວກເຮົາຍິ່ງມີຊື່ສຽງດັງຂຶ້ນ."
1 2 3 4 5 6 7 8
|