ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 14:07:34    
ວົງ​ການ​ກິ​ລາ​ຈີນ​ຕັ້ງ​ມາ​ນະ​ຊິງ​ເອົາ​ເອົາ​ຜົນ​ເດັ່ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ(ສຽງ)

cri Author: q

ການ​ແລ່ນ​ແລະ​ລານ ການ​ລອຍ​ນ້ຳ​ແລະ​ລາຍການ​ເທິງ​ນ້ຳ​ແມ່ນ​ 3 ປະ​ເພດ​ໃຫຍ່​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ​ມີຫຼຽນຄຳ​ 119 ຫຼຽນ. ສາມ​ປະ​ເພດ​ນີ້​ແມ່ນ​ລາຍ​ການ​ຫຼ້າ​ຫຼັງ​ຂອງ​ຈີນ​ໂດຍ​ຕະ​ຫຼອດ. ​ສະ​ນັ້ນ ຫຼັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີປີ 2000, ວົງ​ການ​ກິລາ​ຈີນ​ໄດ້​ປະຕິບັດ "​ໂຄງ​ການ 119", ​ໄດ້​​ເພີ່ມ​ການລົງທຶນ​ໃນ​ສາມ​ປະ​ເພດ​ດັ່ງກ່າວ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ​ກາຍ, ນັກ​ກິ​ລາ​ຈີນ​ຊິງ​ໄດ້ຫຼຽນຄຳ 4 ຫຼຽນ​ໃນ​ສາມ​ປະ​ເພດ​ແຂ່ງຂັນ​ດັ່ງກ່າວ, "​ໂຄງການ 119" ​ໄດ້​ຮັບ​ຜົນ​ໃນ​ເບື້ອງ​ຕົ້ນ. ​ເຈົ້າ​ໜ້າ​ທີ່​ວົງການ​ກິລາ​ຈີນຫຼາຍທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ຮອບ​ໃໝ່, ຕ້ອງ​ສືບ​ຕໍ່​ຂຸດ​ຄົ້ນຄວາ​ມສາມາດບົ່ມ​ຊ້ອນ​ຢ່າງ​ເຕັມ​ສ່ວນ​ໃນ​ສາມ​ປະ​ເພດ​ແຂ່ງ​ຂັນ​ດັ່ງ​ກ່າວ​ແລະ​ລາຍ​ການ​ມວຍ​ປ້ຳ, ​ເທ​ຄວນ​ໂດ​ແລະ​ລາຍການ​ລົດຖີບ​ເປັນຕົ້ນ, ​ເຮັດ​ໃຫ້​ລາຍ​ການ​ເຫຼົ່າ​ນີ້​ກາຍ​ເປັນ​ຈຸດ​ບຸກ​ທະ​ລຸ​ໃໝ່​ຂອງ​ຄະນະ​ນັກ​ກິລາ​ຈີ​ນ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ​ກາຍ, ​ທ້າວ​ຢາງ​ເວິນ​ຈຸນ​ແລະ​ທ້າວ​ເມິ້ງ​ກວນ​ລຽງ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງ​ຂັນ​ພາຍ​ເຮືອ​ຢາງ​ສອງ​ຄົນ​ເພດ​ຊາຍ​500 ​ແມັດ, ​ເປັນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ຈີນ​ໃນ​ລາຍ​ການ​​ແຂ່ງ​ຂັນ​​ເທິງ​ນ້ຳ,​ ທ່ານ​ເວິຍ​ຕີ ຫົວ​ໜ້າ​ສູນ​ຄຸ້ມ​ຄອງ​ກິລາ​ເທິງ​ນ້ຳກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​​ເວົ້າ​ວ່າ:

"ເວົ້າສຳລັບ​ພວກ​ຂ້າພະ​ເຈົ້າ​ແລ້ວ, ການ​ແຂ່ງຂັນ​ພາຍ​ເຮືອ​ຢາງ​ສອງ​ຄົນ​ເພດ​ຊາຍ​​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນໄດ້ສຳ​ເລັດ​ຜົນ ​ນັມ​ເປັນ​ບົດຮຽນ​ດີ. ​​ໃນລາຍກາ​ນ​ເທິງ​ນ້ຳ​ມີ​ຫຼຽນ​ຄຳ 41 ​ຫຼຽນ​ນັ້ນ, ​ແລະ​ຫຼຽນຄຳ​ການ​ແຂ່ງຂັນ​ພາຍ​ເຮືອ​ສອງ​ຄົນ​ເພດ​ຊາຍ 500​ແມັດ​ແມ່ນ​ສຳ​ຄັນ​ກວ່າ​ໝູ່, ​ເພາະ​ວ່າ​ລາຍການ​ນີ້​​ໃຊ້​ເຕັກ​ນິກ​ຍາກ​ທີ່​ສຸດ,​ ສະ​ນັ້ນ ​ໂດຍ​ປະ​ເຊີນ​ໜ້າ​ກັບ​ງານ​ກິ​ລາ​ໂອ​ລິ​ມປິກ​ປີ 2008, ​ສູນ​ກິ​ລາ​ເທິງ​ນ້ຳ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ຄາດ​ໝາຍ​ ກໍ່​ຄື ບົນ​ພື້ນ​ຖານ​ຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2004, ອອກ​ແຮງ​ສຸດ​ຂີດ​ຍາດ​ແຍ່ງ​​ໃຫ້ມີ​ການ​ບຸກ​ທະ​ລຸ​ຮອບດ້ານ​ໃນ​ລາຍການ​ເທິງ​ນ້ຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008. ສ່ວນ​ລາຍ​ການ​ເຮືອ​ໃບ​ແລະ​ແປ້ນ​ໃບ​ລົມ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງທີ່​ຜ່ານ​ມາ, ນັກ​ກິ​ລາ​ຍິງ​ຊາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ມີ​ການສະ​ແດງ​ຈົບງາມ, ​​ເທື່ອ​ນີ້​ຈີນ​ເປັນ​ປະ​ເທດ​ເຈົ້າ​ພາບ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຫວັງ​​ ​ຊິງ​ໄດ້​ຫຼຽນ​ຄຳ​ຂອງ​ລາຍ​ການ​ດັ່ງ​ກ່າວ."

ນອກຈາກ​ຂະ​ຫຍາ​ຍລາຍການ​ທ່າ​ແຮງ​ໃໝ່​ແລ້ວ, ຈະປັບປຸງ​ລາຍ​ການ​ທ່າ​ແຮງ​ດັ້ງ​ເດີມ​ຂອງ​ຕົນ​ແນວ​ໃດ​ນັ້ນ ກໍ່​ແມ່ນ​ຈຸດ​ໜັກ​ທີ່​ວົງ​ການ​ກິລາ​ຈີນ​ເອົາ​ໃຈ​ໃສ່​ນຳ. ທ່ານ​ໄຊ້​ເຈີ້ນ​ຮວາ ຫົວ​ໜ້າ​ສູນ​ປິ່ງ​ປ່ອງ​ດອກ​ປີກ​ໄກ່​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ປິງ​ປອງ​ແລະ​ດອກ​ປີກ​ໄກ່​ຂອງ​ຈີນ​ມີ​ທ່າ​ແຮງ​​ເປັນ​ເວລາ​ດົນ​ນານ​ແລ້ວ​ກໍ່ຕາມ, ​ແຕ່​ໃນ​ປະ​ເພດ​ປິງ​ປອງ, ​ລາຍ​ການ​ຕີ​ຄູ່​ເພດ​ຍິງ​ຂອງ​ສ.​ເກົາຫຼີ ​ແລະລາຍການ​ຕີ​ດ່ຽວ​ເພດ​ຊາຍຂອງ​ສ.​ເກົາຫຼີ​ແລະ​​ເອີ​ລົບ​ກໍ່​ໄດ້​ຂົ່ມ​ຂູ່​ນັກ​ກິລາ​ຈີນ​ຕະຫຼອດມາ; ​ໃນ​ຂົງ​ເຂດ​ດອກ​ປີກ​ໄກ່, ນັກ​ກິລາ​ຈີນ​ກໍ່​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ແຂງ​ແຮງ​ຈາກ​ນັກ​ກິລາ​ດານ​ມາກ ອິນ​ໂດ​ເນ​ເຊຍ​ແລະ​ສ.​ເກົາ​ຫຼີ. ​ສະ​ນັ້ນ ​ພາຍ​ໃນ 4 ປີ​ຂ້າງ​ໜ້າ, ທີມ​ປິງ​ປອງ​ແລະ​ທີ​ມດອກ​ປີກ​ໄກ່​ຂອງ​ຈີນ​ຈະຕັ້ງໜ້າ​ສະ​ແຫວ​ງຫາ​ການ​ບຸກ​ທະ​ລຸ​ດ້ານ​ເຕັກ​ນິກ​ແລະ​ຍຸດ​ທະ​ວິ​ທີ, ພ້ອມ​ກັນນັ້ນ ຕັ້ງໜ້າ​ບຳລຸງ​ສ້າງນັກ​ກິລາ​ໜຸ່ມ,  ຜ່ານ​ຈາກ​ການ​ປະ​ດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຮັດ​ໃຫ້​ທີ​ມຈີນຢູ່​ໃນທ່າ​ແຮງຕໍ່​ໄປ​ໃນ​ສອງ​ລາຍການ​ດັ່ງກ່າວ.

ເຈົ້າໜ້າ​ທີ່​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ຊີ້​ອອກ​ວ່າ, ​ໂດຍ​ຄຳນຶງ​ເຖິງ​ສ້າງ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນ​ຢູ່​ປະ​ເທດ​ເຈົ້າພາບ, ກະຕຸກ​ຄວາມ​ກະຕືລື​ລົ້ນຂອງ​ປະ​ຊາ​ຊົນ​ຈີນທົ່ວ​ປະ​ເທດ​ທີ່​ມີ​ຕໍ່​ງານ​ໂອ​ລິ​ມປິກ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຄະນະ​ນັກ​ກິລາ​ຈີນ​ຍັງ​ຕ້ອງ​ຊິງ​ໄດ້ຜົນ​​ເດັ່ນ​ໃນ​ບານ​ປະ​ເພດ​ຮວມ​ໝູ່ທີ່​ໜ້າ​ຊົມ​ແລະ​ມີ​ຜົນ​ສະ​ທ້ອນ​ຫຼາຍ. ກ່ຽວ​ກັບ​ບັນ​ຫາ​ນີ້, ທ່ານ​ສິ​ລີ້​ຫົວ​ໜ້າ​ສູນບານສົ່ງ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ:

"​ໃນ​ກິລາ​ແຂ່ງຂັນ, ປະ​ເພດ​ຮວມໝູ່ມີ​ຖານະ​ຂ້ອນ​ຂ້າງສຳຄັນ,ມີ​ຜົນ​ສະ​ທ້ອນ​ຂ້ອນ​ຂ້າງ​ຫຼາຍ,ໄດ້​ຮັບ​ຄວາມ​ສົນ​ໃຈ​ນຳ​ຫຼາຍ.​ຜົນ​ງານ​ຂອງ​ພວກ​ເຂົາ​ເຈົ້າມີ​ຜົນ​ສະ​ທ້ອນ​ຂ້ອນ​ຂ້າງ​ຫຼາຍ​ຕໍ່​ທົ່ວ​ຄະ​ນະ​ນັກ​ກິ​ລາ​ແລະ​ກິລາ​ແຂ່ງຂັນ​ຂອງ​ທົ່ວ​ປະ​ເທດ. ທິມບານ​ສົ່ງ​ເພດ​ຍິງ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ,ເວົ້າສຳລັບ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ​ແລ້ວ,ຈຸດ​ເລີ່ມ​ຕົ້ນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຍິ່ງ​ສູງ, ມີ​ຄວາມ​ກົດ​ດັນ​ຍິ່ງ​ໃຫຍ່, ​ແຕ່​ບານ​ສົ່ງ​ເພດ​ຍິງ​ຈີນ​ຈະ​ສຸມ​ກຳ​ລັງ​ສຸດ​ຂີດ​ເຮັດ​ຫຼ້ອນ​ໜ້າ​ທີ່​ຊິງ​ຫຼຽນ​ຄຳ.


1  2