ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 14:07:34    
ວົງ​ການ​ກິ​ລາ​ຈີນ​ຕັ້ງ​ມາ​ນະ​ຊິງ​ເອົາ​ເອົາ​ຜົນ​ເດັ່ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ(ສຽງ)

cri Author: q

ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ສິ້ນ​ສຸດ​ລົງ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008 ກໍ່​ມໍ່​ເຂົ້າຊັກ​ໃຊ້. ທ່ານ​ຊາ​ມາຣານສ໌ ອະດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ເຄີຍ​​ເວົ້າ​ນຳ​ປັກ​ກິ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ວ່າ, ​ຄັນ​ຢາກ​ ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ໃຫ້​ສຳ​ເລັດ​ຜົນ,​ ນອກ​ຈາກ​ຕ້ອງ​ເຮັດ​ວຽກ​ງານ​ຈັດ​ຕັ້ງ​ໃຫ້​ດີ​ແລ້ວ, ນັກ​ກິ​ລາ​ປະ​ເທດ​ເຈົ້າພາບ​ຊິງ​ໄດ້​ຜົນ​ເດັ່ນ​ກໍ່​ແມ່ນ​ປັດ​ໄຈ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ຄຳ​ເວົ້າ​ຂອງ​ທ່ານ​ຊາ​ມາ​ຣານສ໌​​ເປັນ​ຄຳ​ເຕືອນ​ວົງ​ການ​ກິ​ລາ​ຈີນ, ກໍ່​ເປັນ​ຄຳ​ຊຸກ​ຍູ້​ຈີນ. ​ຫວ່າງ​ມໍ່ໆ​ນີ້ຢູ່​ທີ່​ປັກ​ກິ່ງ ທ່ານ​ລິວ​ເຜິ​ງ ຫົວ​ໜ້າ​ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ຊິງ​ໄດ້​ຜົນ ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008, ​ແມ່ນ​ຄາດ​ໝາຍ​ທີ່​ວົງ​ການ​ກິລາ​ຈີນ​ຕ້ອງ​ສຳ​ເລັດ.

ແຕ່​ວັນ​ທີ 3 ຮອດ​ວັນ​ທີ 4 ກຸມພາ​ປີ 2005, ກອງ​ປະຊຸມ​ຫົວ​ໜ້າ​ພະ​ແນກ​ກິ​ລາ​ທົ່ວ​ປະ​ເທດ​ຈີນ​ໄດ້​ໄຂ​ຂຶ້ນຢູ່​ທີ່ປັກ​ກິ່ງ, ​ໃນ​ກອງ​ປະ​ຊຸມ​, ທ່ານ​ລິວ​ເຜິ​ງ ຫົວ​ໜ້າ​ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຂອງ​ວົງ​ການ​ກິລາ​ຈີນ​ໄດ້​ເລີ່​ມດຳ​ເນີນ​ຢ່າງ​ຮອບ​ດ້ານ​ໃນຕົ້ນປີ​ນີ້. ການ​ຊິງ​​ເອົາ​ຜົນ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ​ແມ່ນ​ຄາດ​ໝາຍ​ທີ່​ວົງ​ການ​ກິລາ​ຈີນ​ຕ້ອງ​ສຳ​ເລັດ. ທ່ານ​ເວົ້າ​ວ່າ:

"ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໃກ້​ຈະ​ມາ​ເຖິງ​ແລ້ວ,ການ​ຊິງ​​ເອົາ​ຜົນ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ແມ່ນ​ຄວາມ​ຫວັງ​ຢ່າງ​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ຈີນ​ທົ່ວ​ປະ​ເທດ,ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາດ​ຂອງ​ລະ​ບົບ​ກິ​ລາ​ຈີນ​ທີ່​​ເຂົ້າ​ແທນ​ບໍ່​ໄດ້,ກໍ່​ແມ່ນ​ໜຶ່ງ​ໃນ​ປັດ​ໄຈ​ຂໍ​ກະ​ແຈ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​​ສຳ​ເລັດ​ຜົນ​ຫຼື​ບໍ່."

ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ 32 ຫຼຽນ, ​ເປັນ​ທີ 2 ​ໃນ​ຕາ​ລາງ​ຫຼຽນ​ຄຳ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ປະຊາຊົນ​ຍ່ອມ​ຈະ​ມີ​ຄວາມ​ຫວັງ​ສູງ​ກວ່າ​ເກົ່າ​ຢ່າງ​ແນ່​ນອນ, ການ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຊິງ​ໄດ້ຜົນ​ງານ​ທີ່​ໜ້າ​ເພິ່ງ​ພໍ​ໃຈ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ? ທ່ານ​ລິວ​ເຜິ​ງ​ໄດ້​ເປີດ​ເຜີຍ​ໂຄງ​ຄວາມ​ຄິດ​ສັງ​ລວມ​ໃນວຽກ​ງານ​ກະ​ກຽມ​ຂອງ​ວົງ​ການ​ກິ​ລາ​ຈີນ​ໃນ 4 ປີ​ຂ້າງ​ໜ້າ. ທ່ານ​ເວົ້າວ່າ:

"ພວກ​ຂ້າພະ​ເຈົ້າຈະ​ພະຍາຍາມເຮັດ​ວຽກ​ໃຫ້​ດີ ​ແລະ​ຍາດ​ແຍ່ງ​ ​ຜົນ​ດີ​ໃນ​ວຽກ​ງານ, ​ເຮັດ​ໃຫ້​ລາຍ​ການ​ທ່າ​ແຮງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ມີ​ທ່າ​ແຮງ​ໃນ 4 ປີ​ຂ້າງ​ໜ້າ, ​ລາຍ​ການ​ທີ່​ມີ​ຄວາມ​ສາມາດບົ່ມ​ຊ້ອນ​ຈະ​ພະ​ຍາ​ຍາມ​ຊິງ​ໄດ້​ຫຼຽນ​ຄຳ​ຫຼາຍ​ກວ່າ​ເກົ່າ, ​ເຕັກ​ນິກ​ການ​ແຂ່ງ​ຂັນ​ຂອງ​ບານ​ປະ​ເພດ​ຮວມ​ໝູ່​ຕ້ອງ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ລາຍ​ການ​ທີ່​ມີ​ຄວາມ​ສາ​ມາດ​ທຳ​ມະ​ດາ​ແລະ​ລາຍ​ການ​ຫຼ້າ​ຫຼັງ​ຕ້ອງ​ມີ​ຄວາມ​ກ້າວ​ໜ້າ​ໃໝ່."

ຕາມ​ແຜນ​ກະກຽມ​ທີ່​ທ່ານ​ລິວ​ເຜິ​ງບັນຍາຍ,ການຂຸດ​ຄົ້ນ​ລາຍ​ການ​ທ່າ​ແຮງ​ໃໝ່​ບົນ​ພື້ນ​ຖານ​ລາຍ​ການ​ທ່າ​ແຮງ​ດັ້ງ​ເດີມ​ແນວ​ໃດ​ນັ້ນ,ແມ່ນ​ຂໍ​ກະ​ແຈ​ທີ່​ຄະ​ນະ​ນັກ​ກິ​ລາ​ຈີນ​ຈະ​ຊິງ​ໄດ້​ຫຼຽນ​ຄຳ​ຫຼາຍ​ກວ່າ​ເກົ່າ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຫຼື​ບໍ່​ນັ້ນ,ນີ້​ກໍ່​ແມ່ນ​ບັນ​ຫາ​ຈຸດ​ຮ້ອນ​ທີ່​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ວົງ​ການ​ກິ​ລາ​ຈີນ​ຫາ​ລື​ກັນ​ໃນ​ປະ​ຈຸ​ບັນ.

1  2