ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 15:23:06    
ທ່ານ​ເຫີ​ຈູ​ງກັບ​ແຜ່ນCD​ເພງຂອງ​ທ່ານ(ສຽງ)

cri Author: mo

ເພງPingfanxin 平凡心 ຈິດໃຈທຳມະດາ ແມ່ນ​ເພງ​ທີ່​ມີ​ທຳນອງ​ມ່ວນອອນຊອນ. ສຽງ​ລົມ​ແລະ​ສຽງ​ຟອງ​ທະ​ເລເປັນ​ການ​ເສບ​ເລີ່​ມ​ຕົ້ນ​ໃນ​ເພງ, ​ແລ້ວ​​ແມ່ນສຽງ​ອັນ​ມີ​ສະ​ເໜຂອງ​ທ່ານ​ເຫີ​ຈູງ. ສຽງ​ປະສານ​ໃນ​ເພງ​​ແມ່ນ​ຂັບ​ຮ້ອງ​ໂດຍນັກ​ຮ້ອງຊາວ​ຜິວ​ດຳ​ສອງ​ຄົນ​, ​ສຽງ​ພິ​ເສດນີ້​ໄດ້​ສອດ​ຮ້ອຍໃນ​​ເພງ​ແຕ່​ຕົ້ນຕະຫລອດ​ປາຍ, ​ເຮັດ​ໃຫ້​ເພງ​ນີ້​ປ່ຽມ​ລົ້ມໄປ​ດ້ວຍທຳນອງ​ຕ່າງປະ​ເທດ, ປະສານ​ກັບສຽງດົນຕີ​​ເອ​ເລັກ​ໂຕຼນິກກໍ​ຍິ່ງໄດ້​ເພີ່ມ​ບັນຍາກາດ​ທັນ​ສະ​ໄໝ​ໃຫ້​​ແກ່ເພງ​ນີ້, ​ຕໍ່​ໄປເຊີນ​ຟັງ​ໄດ້​ເລີຍ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງPingfanxin ຈິດໃຈທຳມະດາ. ຂັບຮ້ອງໂດຍທ່ານເຫີຈູງ.

ມ້ວນທ້າຍລາຍການມື້ນີ້, ​ເຊີນຟັງເພງ Weixiao ຮອຍ​ຍິ້ມ.ຂັບ​ຮ້ອງ​ໂດຍ​ທ່ານ​ເຫີ​ຈູງ​ກັບ​ນາງ​ຊາງ​ລານ. ນາງ​ຊາງ​ລານ​ບໍ່​ແມ່ນ​ນັກ​ຮ້ອງ, ​ແຕ່​​ເດີມ​ນາງແມ່ນ​ນັກ​ກິລາ​ກາຍຍະກຳ​ເພດ​ຍິງ​ຂອງ​ທິມຊາດ​ຈີນ. ປີ 1998, ​ໃນ​ງານ​ກິລາ​​ເພື່ອ​ມິດຕະພາບ​ທີ່​ຈັດ​ຂຶ້ນ​ຢ່​ເກາະ​ລອງ​ໄອ​ແລນ​ແຫ່ງ​ນິວຢວກ​ອາ​ເມ​ລິ​ການັ້ນ, ຍ້ອນເກີດ​ອຸບັດ​ຕິເຫດ, ນາງ​ເລີຍ​ເປັນ​ເປ້ຍ. ​ແຕ່​ໃນ​​ເວລາ​ປິ່ນປົວ​ແລະ​ຟື້ນ​ຟູ​ສຸຂະພາ​ບນັ້ນ, ນາງ​ຊາງ​ລານ​ຍິ້ມ​ຢູ່ຕະຫລອດ, ຈິດ​ໃຈ​ຂອງ​ນາງ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກໝົດ​ທຸ​ກຄົນ. ມື້​ນີ້, ທ່ານ​ເຫີ​ຈູງ​ກັບ​ນາງ​ຊາງ​ລານ​ຈະ​ມອບ​ເພງ​ນີ້​ໃຫ້​ເພື່ອນ​ທຸກ​ຄົນ​ທີ່​​ພົບພໍ້ຄວາມ​ຫຍຸ້ງຍາກ, ​ໃຫ້​ກຳລັງ​ໃຈ​ແກ່​ພວກ​​ເຂົາ​ເຈົ້າຕໍ່​ສູ້​ກັບ​ຄວາມ​ຫຍຸ້ງຍາກ​ທຸກ​ຢ່າງ, ດ້ວຍ​ໃບ​ໜ້າຍ​ຍິ້ມ​ແຍ້ມ.


1  2  3