|
 |
(GMT+08:00)
2005-02-23 15:23:06
|
 |
ທ່ານເຫີຈູງກັບແຜ່ນCDເພງຂອງທ່ານ(ສຽງ)
cri
Author: mo
ວັນທີ 1 ມິຖຸນາປີ 2004, ທ່ານເຫີຈູງໄດ້ເຊັນສັນຍາກັບບໍລິສັດແຜ່ນສຽງ. ແລ້ວອັດເພງອອກຈຳໜ່າຍເພງທຳອິດຊື່ວ່າ: zhizihuakai ດອກຈື່ຈືບານ, ເພງນີ້ພໍນຳອອກເຜີຍແຜ່, ກໍໄດ້ຮັບຜົນງານອັນດີເດັ່ນໃນການລຽງລຳດັບດົນຕີໃນທົ່ວປະເທດຈີນ, ກໍຍ້ອນເພງນີ້, ເຮັດໃຫ້ທ່ານເຫີຈູງມີຊື່ສຽງໃນວົງການເພງຂອງເຂດໃນຈີນຊົ່ວໄລຍະໜຶ່ງ. ພາຍຫລັງມາ, ເພງນີ້ຖືກຈັດເຂົ້າໃນແຜ່ນCDຂອງທ່ານທີ່ໃຫ້ຊື່ວ່າ Keyiai ຮັກກໍໄດ້. ຕໍ່ໄປເຊີນຟັງເພງ zhizihuakai ດອກຈື່ຈືບານ. ເພງ zhizihuakai ດອກຈື່ຈືບານ ແມ່ນເພງທີ່ແຕ່ງເພື່ອນັກຮຽນຜູ້ຮຽນຈົບ. ດົນຕີສຽງເບົາໆວາດພາບຈິດໃຈອາລົມໃນຍາມໝູ່ເພື່ອນຈະຈາກກັນໄປ, ຈັງຫວະຊ້າໆ, ທຳນອງອັນ ອອນຊອນ, ຟັງແລ້ວຄືຈັ່ງວ່າໄດ້ດົມກິ່ນຫອມຫວນຂອງດອກຈື່ຈືທີ່ປີວຢູ່ໃນອາກາດ, ບວກໃສ່ເນື້ອເພງທີ່ຮ້ອງງ່າຍ, ໄດ້ມີບັນຍາກາດເດີ່ນໂຮງຮຽນອັນເຂັ້ມຂຸ້ນທີ່ສຸດ. ພໍດີ MTVເພງດອກຈື່ຈືບານແມ່ນໄດ້ຖ່າຍຢູ່ວິທະຍາຄານສ້າງຄູທີ່ໜຶ່ງແຂວງຫູນານ ເຊິ່ງເປັນໂຮງຮຽນທີ່ທ່ານມາວເຈີຕົງ ຜູ້ນຳສ້າງສາປະເທດຈີນໃໝ່ເຄີຍຮຽນ, ເດີ່ນໂຮງຮຽນນີ້ງາມຫລາຍ, ກົມກືນກັບເພງນີ້ທີ່ສຸດ.
ຕໍ່ໄປ ເຊີນຟັງເພງShijie ແປວ່າໂລກ ເພງທີ່ມີຈັງຫວະລອກແອນໂລນໃນ CDແຜ່ນນີ້. ທຳນອງມ່ວນ ຈັງຫວະໂດດເຕັ້ນ, ຟັງແລ້ວເຮັດໃຫ້ຄົນຢາກລຸກຂຶ້ນເຕັ້ນ. ໃນເພງນີ້, ທ່ານເຫີຈູງຢາກໃຊ້ສຽງເພງບອກຄົນທັງຫລາຍວ່າ, ໂລກນີ້ໂລດໂຜນຫລາຍ, ເຮົາທຸກຄົນຄວນຢ່ອນອົກຢ່ອນໃຈ, ຜ່ານຊີວິດໄປແຕ່ລະມື້ຢ່າງມ່ວນຊື່ນ. ເນື້ອເພງມີຄວາມໝາຍວ່າ: ຂໍໃຫ້ຄວາມມ່ວນຊື່ນຂອງຂ້ອຍ, ພາໃຫ້ເຈົ້າມ່ວນຊື່ນທຸກມື້; ຂໍໃຫ້ແຕ່ລະມື້ຂອງເຈົ້າ, ມີແຕ່ຄວາມມ່ວນຊື່ນບໍ່ມີວັນສຸດສິ້ນ. 1 2 3
|
|
|