|
 |
(GMT+08:00)
2004-10-14 13:15:31
|
 |
ຈີນຈັດການແຂ່ງຂັນລົດສູດໜ່ຶງຄັ້ງປະຖົມມະເລີກຢ່າງສຳເລັດຜົນ
cri
Author: huachunmei
ບໍ່ພຽງແຕ່ຜູ່ຊົມທຳມະດາເພ່ິງພໍໃຈນຳວຽກງານຈັດຕັ້ງ, ຜູ່ຊ່ຽວຊານສູດໜ່ຶງຫຼາຍ ທ່ານກໍໄດ້ຍ້ອງຍໍພວກສ່ວນທ່ີກ່ຽວຂ້ອງທ່ີໄດ້ເຮັດວຽກຈັດຕັ້ງຢ່າງມີຄຸນນະພາບສູງ. ທ່ານປີເຕີ ສະລັດເຕີ ນັກຂ່າວກິລາຜູ່ອາວຸໂສຂອງ BBC ເຄີຍເຂົ້າຮ່ວມວຽກລາຍງານຂ່າວການແຂ່ງຂັນສູດໜ່ຶງຫຼາຍເທ່ືອ, ຮູ້ສະພາບການແຂ່ງຂັນສູດໜ່ຶງຢູ່ແຫ່ງຕ່າງໆຢ່າງຄັກແນ່. ເມ່ືອເວົ້າເຖິງການແຂ່ງຂັນສູດໜ່ຶງທ່ີຈີນຈັດຂຶ້ນຄັ້ງທຳອິດນັ້ນ.
ທ່ານສະລັດເຕີເວົ້າວ່າ: "ຂ້າພະເຈົ້າເຫັນວ່າ, ການແຂ່ງຂັນເທ່ືອນີ້ສຳເລັດຜົນທ່ີສຸດ. ສ່ິງກໍ່ສ້າງຕ່າງໆຢູ່ສະໜາມແຂ່ງຂັນລົດນີ້ດີຫຼາຍ, ອາດເວົ້າໄດ້ວ່າແມ່ນດີກວ່າໝູ່ໃນໂລກ; ວຽກງານຈັດຕັ້ງເຮັດໄດ້ດີຫຼາຍ, ການແຂ່ງຂັນກໍໜ້າຊົມ, ການແຂ່ງຂັນບໍ່ມີບັນຫາຫຍັງ, ຄົນຢູ່ນີ້ມີໄມຕີຈິດຫຼາຍ, ຂ້າພະເຈົ້າຄອງຄອຍຈະກັບມານີ້ອີກໃນປີໜ້າ."
ຜູ່ຈັດຕັ້ງການແຂ່ງຂັນຂອງຝ່າຍຊຽງໄຮ້ໄດ້ຕີລາຄາການແຂ່ງຂັນສູດໜ່ຶງເທ່ືອນີ້ແນວໃດແດ່? ທ່ານຊິວເວີຍສາງ ຫົວໜ້າພະແນກກິລານະຄອນຊຽງໄຮ້ໄດ້ເຂົ້າຮ່ວມຕະຫຼອດຂະບວນວຽກງານກະກຽມການແຂ່ງຂັນເທ່ືອນີ້. ໃນເວລາກ່າວເຖິງບົດຮຽນແລະຄວາມຮູ້ສຶກຂອງການຈັດຕັ້ງການແຂ່ງຂັນເທ່ືອນີ້, ທ່ານເວົ້າວ່າ,"ການຈັດຕັ້ງການແຂ່ງຂັນຂອງພວກຂ້າພະເຈົ້າເທ່ືອນີ້, ຕົ້ນຕໍແມ່ນລັດຖະບານສ່ົງເສີມໃຫ້ມີອາເນໝູນເດີນຕາມຕະຫຼາດ, ບໍລິສັດສະໜາມແຂ່ງຂັນລົດເປັນອັດຕະພາບ, ຄວນເວົ້າວ່ານີ້ແມ່ນຄວາມຮູ້ສຶກຕົ້ນຕໍຂອງພວກຂ້າພະເຈົ້າ, ເວົ້າອີກໃນໜ່ຶງກໍແມ່ນບົດຮຽນໜ່ຶງຂອງພວກຂ້າພະເຈົ້າໃນການຈັດຕັ້ງການເຄ່ືອນໄຫວຂະໜາດໃຫຍ່ໃນຫຼາຍປີມານີ້."
ນອກນີ້, ທ່ານຊິວເວີຍສາງຍັງເຫັນວ່າ, ຈັດການແຂ່ງຂັນສູດໜ່ຶງຂອງຈີນແມ່ນໄດ້ດີ, ມີຜົນດີຕໍ່ໂລກທ່ີຈະຮັບຮູ້ຈີນຕ່ືມອີກຫຼາຍກວ່າເກົ່າໂດຍຜ່ານງານແຂ່ງຂັນກິລາລະດັບສູງ. 1 2
|
|
|