
ຫວ່າງແລ້ວນີ້, ຈີນໄດ້ຈັດການແຂ່ງຂັນລົດສູດໜ່ຶງຊິງຊະນະເລີດໂລກປີ 2004 ຄັ້ງປະຖົມມະເລີກ, ໃນການແຂ່ງຂັນເທ່ືອນີ້, ທ່ານບາຣີເຊໂລ ສັນຊາດເບຼຊິນຂອງທີມລົດເຟີຣາຣີ ຊິງໄດ້ແຊມປຽນ. ນີ້ແມ່ນຈີນຈັດການແຂ່ງຂັນສູດໜ່ຶງຊິງຊະນະເລີດໂລກເປັນຄັ້ງທຳອິດ. ບຸກຄົນວົງການຕ່າງໆໄດ້ຕີລາຄາການແຂ່ງຂັນເທ່ືອນີ້ແນວໃດ? ໃນສະໜາມແຂ່ງລົດສາກົນທ່ີຊຽງໄຮ້ທ່ີຫາກໍ່ສ້າງສຳເລັດບໍ່ດົນ, ສຽງອຶກກະກຶກຂອງເຄ່ືອງໂມເຕີລົດແຂ່ງຊັນໄດ້ດັງກ້ອງກັງວານ, ຜູ່ຂັບລົດສູດໜ່ຶງ 20 ທ່ານຂັບລົດແລ່ນຢູ່ຕາມທາງແຂ່ງຂັນລົດດ້ວຍຄວາມໄວ 300 ກິໂລແມັດຂຶ້ນໄປ; ຢູ່ສອງຟາກທາງແລະສູນບັນຊາ, ພະນັກງານຂອງສະຫະພັນລົດຍົນສາກົນແລະຂອງສະໜາມແຂ່ງລົດພວມຂ້ຽວເລ່ັງເຮັດວຽກເພ່ືອຮັບປະກັນການແຂ່ງຂັນດຳເນີນໄປຢ່າງສະດວກ; ຢູ່ແທ່ນຊົມ, ຜູ່ຊົມ 1 ແສນ 5 ໝື່ນຄົນທ່ີມາຈາກແຫ່ງຕ່າງໆໃນໂລກຮ້ອງໂຮຊົມເຊີຍຜູ່ຂັບລົດທ່ີເຂົ້າຮ່ວມການແຂ່ງຂັນຢ່າງຟົດຟື້ນ, ຈ່ັງແມ່ນອຶກກະທຶກນຶກນອງແທ້! ນີ້ກໍແມ່ນພາບທ່ີຄົນທັງຫຼາຍໄດ້ເຫັນໃນສະໜາມແຂ່ງຂັນລົດສູດໜ່ຶງທ່ີຈີນຈັດຂຶ້ນ.
ສະພາບການແຂ່ງຂັນທ່ີໜ້າຊົມແລະດຸເດືອດ ວຽກງານຈັດຕັ້ງອັນລະອຽດຮອບຄອບ ແລະສ່ິງກໍ່ສ້າງສະໜາມແຂ່ງຂັນລົດທ່ີທັນສະໄໝແລະສົມບູນຄົບຊຸດ ລ້ວນແຕ່ໄດ້ເຮັດໃຫ້ຄົນມີຄວາມປະທັບໃຈຢ່າງເລິກເຊ່ິງ. ທ່ານຈາງເຜີງ ທ່ີຈາກປັກກ່ິງໄປຊຽງໄຮ້ເພ່ືອເບ່ິງການແຂ່ງຂັນສູດໜ່ຶງໂດຍສະເພາະມີຄວາມຮູ້ສຶກອັນເລິກເຊ່ິງ.
ທ່ານເວົ້າວ່າ, " ການແຂ່ງຂັນສູດໜ່ຶງໄດ້ເຮັດໃຫ້ສູດໜ່ຶງເຂົ້າໃກ້ຊິດກັບຈີນ, ເຮັດໃຫ້ແຟນລົດທຳມະດາ ຄື, ພວກເຮົາມີໂອກາດມາຊົມການແຂ່ງຂັນລົດສູດໜຶ່ງທ່ີໂລດໂຜນ. ວຽກງານຈັດຕັ້ງການແຂ່ງຂັນເທ່ືອນີ້ເປັນແບບສະບັບແລະມີລະບຽບຮຽບຮ້ອຍດີ."
1 2
|