ໃນເວລາ 10 ວິນາທີສຸດທ້າຍ, ນາງເສິນຈົງເຕະຖືກຫົວຂອງຝ່າຍກົງກັນຂ້າມ, ດີແທ້! ອິລິຍະບົດເຕະຫົວທ່ີມີຄວາມຫຍຸ້ງຍາກຫຼາຍບາດນີ້, ເຮັດໃຫ້ຄະແນນສຸດທ້າຍກາຍເປັນ 12 ຕໍ່ 5 ໃນທ່ີສຸດ.
ເວົ້າສຳລັບຕະຫຼອດຂະບວນການແຂ່ງຂັນແລ້ວ, ນາງບາວີເຣນທ່ີຕ່ຳກວ່ານາງເສິນຈົງເຄ່ິງຫົວນັ້ນຈ່ັງແມ່ນເຕະແຮງແທ້, ນາງໄດ້ບຸກຊ້ຳແລ້ວຊ້ຳອີກ. ຫາກໍເຂົ້າແຂ່ງຂັນກັນຍັງໄດ້ເຕັ້ນຂຶ້ນເຕະບາດໜ່ຶງ, ແຕ່ນາງເສິນຈົງໄດ້ຜີກຕົວຢ່າງຄ່ອງແຄ້ວ.
 ກໍແມ່ນເຕະບາດນີ້ແຫຼະ ໄດ້ຕັດສິນນາງເສິນຈົງຊິງໄດ້ຫຼຽນຄຳໃນທ່ີສຸດ
ເຖິງວ່ານາງບາວີເຣນເບ່ິງຄືວ່າມີທ່າແຮງແທ້, ແຕ່ການບຸກຂອງນາງບໍ່ໄດ້ຜົນຫຍັງ, ນາງເຕະບໍ່ໄດ້ຜົນຫຼາຍເທ່ືອ. ສ່ວນນາງເສິນຈົງພັດບໍ່ໃຈຮ້ອນ, ເຖິງວ່າເບ່ິງຄືບໍ່ມີທ່າແຮງປານໃດກໍຕາມ, ແຕ່ພັດເຕະຖືກບ່ອນແລະບັງເກີດຜົນ, ນີ້ແມ່ນຂໍກະແຈຂອງນາງເສິນຈົງທ່ີໄດ້ຊະນະ.
ນາງເສິນຈົງປີນີ້ອາຍຸ 22 ປີ, ເມ່ືອນາງມີອາຍຸ 13 ປີ, ກໍຫຼິ້ນບານບ້ວງຢູ່ໂຮງຮຽນກິລາສະໝັກຫຼິ້ນເມືອງຈຽວຈ້ໍ ແຂວງເຫີນານ, ຫຼັກຈາກປີ 1995 ນາງໄດ້ປ່ຽນຝຶກເທຄວນໂດ, ຮ່າງກາຍຂອງນາງແຂງແຮງດີ ເຕະໄວ ສະໝອງໄວ, ເທຄວນໂດຂອງນາງງ່າຍດາຍແຕ່ບັງເກີດຜົນ, ເມ່ືອນາງອາຍຸ 18 ປີກໍຊິງໄດ້ຫຼຽນທອງໃນງານແຂ່ງຂັນເທຄວນໂດຊິງຊະນະເລີດໂລກ. ໃນງານກິລາໂອລິມປິກຊິດນີປີ 2000, ນາງກໍຊິງໄດ້ຫຼຽນຄຳຫຼຽນທຳອິດໃຫ້ແກ່ຈີນໃນການແຂ່ງຂັນເທຄວນໂດງານກິລາໂອລິມປິກ.
 ນາງເສິນຈົງ(ຜູ່ຢືນ)ເອົາຊະນະນາງບາວີເຣນ ນັກກິລາຝຣ່ັງ
1 2 3
|