 ນາງເສິນຈົງ ນັກກິລາຈີນຊິງໄດ້ຫຼຽນຄຳໃນການແຂ່ງຂັນເທຄວນ ໂດລຸ້ນ 67 ກິໂລຂຶ້ນໄປເພດຍິງ
ຕອນຄ່ຳວັນທີ 29 ສິງຫານີ້, ໃນການແຂ່ງຂັນເທຄວນໂດລຸ້ນ 67 ກິໂລຂຶ້ນໄປເພດຍິງທ່ີຈັດຂຶ້ນໃນມື້ສຸດທ້າຍຂອງງານກິລາໂອລິມປິກອາແຕນ, ນາງເສິນຈົງ ນັກກິລາຈີນຊິງໄດ້ຫຼຽນ ຄຳ, ເປັນຫຼຽນຄຳຫຼຽນສຸດທ້າຍຂອງຄະນະນັກກິລາຈີນໃນງານກິລາໂອລິມປິກອາແຕນຄັ້ງນີ້.
ບວກກັບຫຼຽນຄຳທ່ີນາງເສິນຈົງຊິງໄດ້, ໃນງານກິລາໂອລິມປິກອາແຕນ ຄະນະນັກກິລາຈີນຊິງໄດ້ຫຼຽນຄຳລວມ 32 ຫຼຽນ, ບໍ່ພຽງແຕ່ໄດ້ບຸກທະລຸ 28 ຫຼຽນໃນງານກິລາໂອລິມປິກຊິດນີຄັ້ງກ່ອນທໍ່ນັ້ນ, ຫາກຍັງເປັນທີສອງໃນຕາລາງຫຼຽນຄຳ, ເລ່ືອນຂຶ້ນຊັ້ນໜ່ຶງເມ່ືອທຽບກັບງານກິລາໂອລິມປິກຄັ້ງກ່ອນ.
 ນາງເສິນຈົງ ນັກກິລາຈີນ(ຂວາ)ພວມແຂ່ງຂັນກັບນາງບາວີເຣນ ນັກກິລາຝຣ່ັງ
ໃນການແຂ່ງຂັນຊິງຊະນະເລີດ, ນາງເສິນຈົງມີການສະແດງອັນດີເດ່ັນ, ຄູ່ແຂ່ງຂັນຂອງນາງແມ່ນນາງມີຣຽມ ບາວີເຣນຂອງຝຣ່ັງ. ເມ່ືອການແຂ່ງຂັນນັດທີສາມຜ່ານໄປກວ່າເຄ່ິງໜ່ຶງ, ນາງບາວີເຣນອອກແຮງເຕະບາດໜ່ຶງ, ນາງເສິນຈົງລົ້ມລົງ. ຢູ່ທ່ົວສະໜາມມີສຽງຮ້ອງແບບຕົກສະເງີ້ດັງຂຶ້ນ.
ໃນເວລານັ້ນ, ນາງເສິນຈົງໄດ້ນຳໜ້າດ້ວຍຄະແນນ 9 ຕໍ່ 5, ຖ້າຖືກບາດເຈັບ, ຈະເສຍທ່າແຮງໝົດ. ຄູຝຶກທີມຈີນທ່ີຢູ່ຂ້າງສະໜາມແຂ່ງຂັນຟ້າວຂຶ້ນໄປກວດເບ່ິງ.
ນາງເສິນຈົງຢືນຂຶ້ນອີກ! ໃບໜ້າມີຮອຍຍິ້ມ ນາງຕັ້ງທ່າສູ້ກັນໃໝ່. 10 ຕໍ່ 5, ດີຫຼາຍ ໄດ້ຄະແນນໜ່ຶງອີກ.
 ນາງເສິນຈົງ ນັກກິລາຈີນ(ຂວາ)ພວມແຂ່ງຂັນກັບນາງບາວີເຣນ ນັກກິລາຝຣ່ັງ
1 2 3
|