ນາງໂກຈິງຈິງຊິງໄດ້ຫຼຽນຄຳງານກິລາໂອລິມປິກ,ແຕ່ບໍ່ເວົ້າງານກິລາໂອລິມປິກປີ2008
cri
Author: zs
ເມື່ອເວົ້າເຖິງເລື່ອງທີ່ບໍ່ໄດ້ຄະແນນດີໃນການແຂ່ງຂັນຮອບຕົ້ນນັ້ນ,ນາງໂກຈິງຈິງກ່າວວ່າ, ຜົນງານຂອງຕົນໃນການແຂ່ງຂັນຮອບຕົ້ນບໍ່ສົມຫວັງ,ແຕ່ພັດເຮັດໃຫ້ຕົນປ່ອຍຕີນປ່ອຍມືໄປຊິງເອົາຊະນະເລີດ.ເພິ່ນເວົ້າວ່າ: "ກ່ອນການແຂ່ງຂັນຊິງຊະນະເລີດ,ນ້ອງບໍ່ມີກຳລັງ ໜີບຈັກເມັດ,ຖ້າວ່ານ້ອງເປັນທີໜຶ່ງໃນການແຂ່ງຂັນຮອບຕົ້ນ,ໃນເວລາເຂົ້າຮ່ວມການແຂ່ງ ຂັນຊິງຊະນະເລີດນ້ອງກໍ່ຈະມີກຳລັງໜີບ"ໃນພິທີມອບຫຼຽນ,ພິທີກອນຍັງບໍ່ທັນໄດ້ອ່ານຊື່ຂອງນາງໂກຈິງຈິງ,ເພິ່ນກໍເລີ່ມຫົວຍີ້ມ,ທັງຫົວທັງເອົາມືບັງປາກ.

ນາງໂກຈິງຈິງທີ່ໄດ້ເປັນແຊມປຽນໂລກ17ເທ່ືອແລ້ວກໍໄດ້ມາເຂົ້າຮ່ວມງານກິລາໂອລິມປິກສາມເທື່ອ.ໃນເວລາເຂົ້າຮ່ວມງານກິລາໂອລິມປິກຄັ້ງທຳອິດ,ອາຍຸເພ່ິນມີແຕ່15ປີ.ໃນຄາວນັ້ນ,ການແຂ່ງຂັນໂດດນ້ຳແປ້ນສາມເມັດເພດຍິງຍັງບໍ່ມີໃຜຊະນະນາງຟູມີງເຊຍໄດ້,ງານກິລາໂອລິມປິກປີ2000ທີ່ຊິດນີແມ່ນໂອກາດດີສຳລັບນາງໂກຈິງຈິງຊິງໄດ້ຫຼຽນຄຳ,ແຕ່ຍ້ອນວ່າເອື້ອຍຟູມີງເຊຍເຂົ້າຮ່ວມການແຂ່ງຂັນຄືນໃໝ່ເຮັດໃຫ້ເພິ່ນບໍ່ໄດ້ຫຼຽນຄຳອີກ.ນາງໂກຈິງຈິງເຄີຍເວົ້າວ່າ,ເພິ່ນປາຖະໜາຫຼຽນຄຳງານກິລາໂອລິມປິກທີ່ຂຶ້ນກັບຕົນເອງໂດຍຕະຫຼອດ.ໄຊຊະນະໃນວັນທີ26ສິງຫາເຮັດໃຫ້ຄວາມຝັນຂອງເພິ່ນບັນລຸຜົນເປັນຈິງຢູ່ອາແຕນ.
ນາງໂກຈິງຈິງເວົ້າຢອກວ່າ,ຕົນເປັນຜູ່ທີ່ບໍ່ມີເປົ້າໝາຍ,ຄຳຕິດປາກຂອງຕົນແມ່ນ: "ໂຈະໄວ້ກ່ອນ." ເມື່ອຖາມເພິ່ນຈະສະຫຼອງແນວໃດ,ເພິ່ນຕອບວ່າ: "ໂຈະໄວ້ກ່ອນ." ເມື່ອຖາມເພິ່ນຈະເອົາຊະນະນາງຟູມີງເຊຍໄດ້ບໍ່,ເພິ່ນເວົ້າວ່າ: "ໂຈະໄວ້ກ່ອນ." ເມື່ອເວົ້າເຖິງເພິ່ນຢາກລິເລີ່ມໄລຍະໂກຈິງຈິງບໍ່,ເພ່ິນຍັງຕອບວ່າ: "ໂຈະໄວ້ກ່ອນ."

ໃນງານຖະແຫຼງຂ່າວຫຼັງການແຂ່ງຂັນ,ບັນຫາທີ່ນັກຂ່າວທັງຫຼາຍສົນໃຈຫຼາຍກວ່າໝູ່ແມ່ນນາງໂກຈິງຈິງທີ່ມີອາຍຸ23ປີແລ້ວນັ້ນຈະມີແຜນການຫຍັງໃນອະນາຄົດ.ຕໍ່ຖາມວ່າມີເປົ້າ ໝາຍຫຍັງໃນງານກິລາໂອລິມປິກປີ2008ເຊິ່ງຖາມບໍ່ແລ້ວຈັກເທື່ອນັ້ນ,ນາງໂກຈິງຈິງຈຳເປັນຕ້ອງນຳໃຊ້ຄຳເວົ້າຕິດປາກອີກເທື່ອໜຶ່ງວ່າ: "ຍັງມີເວລາ4ປີ,ບັນຫານີ້ໂຈະໄວ້ກ່ອນ.." 1 2
|
|