
ວັນທີ26ສິງຫາ,ໃນການແຂ່ງຂັນໂດດນ້ຳແປ້ນສາມແມັດເພດຍິງຮອບຊິງຊະນະເລີດ,ນາງໂກຈິງຈິງ ກຳລັງຫຼັກແຫຼ່ງຂອງທີມໂດດນ້ຳຈີນຊິງໄດ້ຫຼຽນຄຳຫຼຽນທີສອງຂອງຕົນໃນງານກິລາໂອລິມປິກຄັ້ງນີ້ດ້ວຍ633,15ຄະແນນ,ນີ້ກໍ່ແມ່ນຫຼຽນຄຳໂດດດ່ຽວຫຼຽນທຳອິດຂອງນາງ.ນາງໂກຈິງຈິງເຄີຍເວົ້າວ່າ,ໃນເວລາຊິງໄດ້ຫຼຽນຄຳການແຂ່ງຂັນໂດດຄູ່,ເພິ່ນບໍ່ໄດ້ກະຕຸ້ນໃຈປານຄວາມຄາດຄິດ,ແຕ່ເມື່ອຊິງໄດ້ຫຼຽນຄຳການແຂ່ງຂັນໂດດດ່ຽວຫຼຽນນີ້,ນາງພັດກະຕຸ້ນໃຈທີ່ສຸດ.
ໃນການແຂ່ງຂັນຮອບຕົ້ນທີ່ຈັດຂຶ້ນໃນຕອນທ່ຽງວັນທີ25ສິງຫາ,ນາງໂກຈິງຈິງບໍ່ມີສະພາບການທີ່ດີໃນຊົ່ວໄລຍະໜ່ຶງ,ພຽງແຕ່ເຂົ້າຮອບຮອງຊະນະເລີດໃນຖານເປັນຜູ່ທີ3.ແຕ່ວ່າຈາກນັ້ນມາ,ການໂດດຂອງນາງໂກຈິງຈິງດີຂຶ້ນຊັກຊ້າຍ,ໃນການແຂ່ງຂັນຊິງຊະນະເລີດໃນຕອນຄຳ່ວັນທີ26ສິງຫາ,ເກືອບບໍ່ມີນັກກິລາຜູ່ໃດໄລ່ເພິ່ນໄດ້.

ໃນການແຂ່ງຂັນຊິງຊະນະເລີດ,ໃນຫ້າອິລິຍະບົດຂອງນາງໂກຈິງຈິງ,ມີສາມອິລິຍະບົດໄດ້ສູງກວ່າ80ຄະແນນ.ພາຍຫຼັງໂດດເທື່ອທີ3ແລ້ວ,ລະຫວ່າງນາງໂກຈິງຈິງກັບນາງອູໝິນເຊຍ ຜູ່ເປັນທີສອງນັ້ນໄດ້ແຕກໂຕນກັນ27,54ຄະແນນແລ້ວ,ນາງໂກຈິງຈິງຈະເປັນແຊມປຽນແນ່ນອນແລ້ວ.ເຖິງວ່າພາດພັ້ງເລັກໜ້ອຍໃນການໂດດເທ່ືອສຸດທ້າຍ,ພຽງແຕ່ຮັບ 65,25ຄະແນນ,ແຕ່ຍັງຊິງໄດ້ຫຼຽນຄຳ.ພາຍຫຼັງການແຂ່ງຂັນສິ້ນສຸດລົງແລ້ວ,ເພິ່ນຖືຫຼຽນ ຄຳທີ່ຂຶ້ນກັບຕົນເອງ,ນາງໂກຈິງຈິງໄດ້ບານຫົວຍິ້ມອັນສວຍງາມແລະເວົ້າວ່າ: "ນ້ອງຖ້າດົນແລ້ວ,ດຽວນີ້ບໍ່ເສຍໃຈຫຍັງແລ້ວ."
1 2
|