ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-27 14:48:10    
ຄວາມ​ທະ​ນົງ​​ໃຈ​ຮ່ວມ​ຂອງ​ຊາວ​ຈີນ​ຢູ່ສອງ​ຝັ່ງຮ່ອມ​ທະ​ເລ​ໄຕ້​ຫວັນ​(ພາບ)

cri Author: hua shuo

ນາງ​ເຊິ​ນ​ຊື​ຊິນ ຜູ່​ຊິງ​ພາຍ​ຫຼັງ​ໄດ້​ຫຼຽນ​ຄຳ​ຫຼຽນທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມ​ປິກ​ໃຫ​​​​​້​ຄະ​ນະ​ນັກ​ກິລາ​ໄຕ້​ເປ​ຈີນແລ້ວ​ເວົ້າ​ວ່າ, ການ​ແລກ​ປ່ຽນ​ດ້ານ​ກິລາ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ຮ່ວມ​ທະ​ເລນັ້ນ​ເປັນ​ການ​ຊ່ວຍ​ເຫຼືອ​ຕໍ່​ເພ່ິນ​ຊິງ​ໄດ້​ຫຼຽນ​ຄຳ. ກ່ອນ​​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມ​ປິກ, ທິມ​ແທຄ​ວນ​ໂດ​ເພດ​ຍິງຂອງ​ໄຕ​້​ເປ​ຈີນ​ໄດ້​ມາ​ເຝິກ​​​ແອບ​ຢູ່​ປັກ​ກ່ິງ. ຢູ່​ທ່ີ​ປັກ​ກ່ິງ, ພວກ​ເຂົາ​ເຈົ້າ​ກັບ​ນັກ​ກິລາ​ແທ​ຄວນ​ໂດ​ຂອງ​​ແຜ່ນດິນ​ໃຫຍ່​ຈີນໄດ້​ປຶກ​ສາ​ຮິ່ນຕອງ​ກັນ, ແລ້ວ​ພ້ອມ​ກັນ​ກ້າວ​ໜ້າ​. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ພວກ​ເຂົາ​ເຈົ້າຍັງ​ຈະ​ແຂ່ງ​ຂັນກັນ​ໃນ​ສະໜາມ​​ແຫ່ງ​ດຽວ​.



ປີ 1997, ຄະນະ​ກຳມະການ​​ໂອ​ລິມປິກ​​ຂອງ​ສອງ​ຝັ່ງໄດ້​ຮ່ວມ​ກັນ​ລິ​ເລ່ີ​ມຈັດງານ​ສົນ​ທະ​ນາ​​ແລະ​ແລກປ່ຽນ​ກັນ​ດ້ານ​ກິລາ​ລະຫວ່າງ​ສອງ​ຝັ່ງ. ​ປິ​ລະ​ຄັ້ງ, ​ສອງ​ຝັ່ງ​ຜັດປ່ຽນ​ກັນ​ເປັນ​ເຈົ້າ​ພາບ. ນັບ​ຮອດ​ປະ​ຈຸ​ບັນນີ້, ​ໄດ້​ຈັດ 5 ຄັ້ງ​ແລ​້ວ.

ບໍ່​ພຽງ​ແຕ່​ໃນ​ດ້ານ​ວັດທະນະທຳ​ແລະ​ການ​ກິ​ລາ​ທໍ່ນັ້ນ, ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຈາກ​ພ່ີນ້ອງ​ລະ​ຫວ່າງ​ສອງ​ຝັ່ງ​ຮ່ອມ​ທະ​ເລ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ດ້ວ​ຍວິທີ​ຕ່າງໆ​ຢ່າງ​ບໍ່​ຢຸດຢັ້ງ, ​ເນື້ອ​ໃນ​ກໍ​ອຸດົມສົມບູນ​ຂຶ້ນ​ເປັນ​​ເທ່ືອ​ລະ​ກ້າວ, ​ໄດ້​ເປີດ​ກວ້າງ​ເຖິງ​ຂົງ​ເຂດ​ຕ່າງໆ ຄື, ​ເສດຖະກິດ ວິທະຍາ​ສາດ​ເຕັກນິກ ສາທາລະນະ​ສຸກ​ແລະ​ສາສະໜາ​ເປັນ​ຕົ້ນ.

1  2  3  4