ຄວາມທະນົງໃຈຮ່ວມຂອງຊາວຈີນຢູ່ສອງຝັ່ງຮ່ອມທະເລໄຕ້ຫວັນ(ພາບ)
cri
Author: hua shuo
ພາຍຫຼັງການແຂ່ງຂັນສິ້ນສຸດລົງແລ້ວ, ທ່ານອູຈິງກົວ ກຳມະການໂອລິມປິກິລາສາກົນທ່ີມາຈາກເຂດໄຕ້ຫວັນຈີນເວົ້າວ່າ, ມື້ນີ້ແມ່ນບຸນຂອງຊາວຈີນໃນທົ່ວໂລກ.

ໃນມື້ດຽວກັນ, ຄະນະນັກກິລາຈີນຊິງໄດ້ຫຼຽນຄຳ 24 ຫຼຽນ,ເປັນທີສອງໃນຕາລາງຫຼຽນຄຳ, ສ່ວນຄະນະນັກກິລາໄຕ້ເປຈີນຊິງໄດ້ຫຼຽນຄຳເທ່ືອທຳອິດໃນປະຫວັດງານກິລາໂອລິມປິກ, ຈັ່ງແມ່ນຂ່າວໂຊກຂ່າວດີແທ້.

ກ່ອນນີ້ 20 ປີ, ຢູ່ທ່ີລອດແອນເຈິລິດ, ເມື່ອທ້າວຊູໄຫເຟິງຊິງໄດ້ຫຼຽນຄຳຫຼຽນທຳອິດໃຫ້ຊາວຈີນ, ປະຊາຊົນໄຕ້ຫວັນໄດ້ໄຊໂຍໂຮຮ້ອງ. ປະຈຸບັນ, ຄະນະນັກກິລາໄຕ້ເປໄດ້ຮັບຜົນບຸກທະລຸຄັ້ງປະຫວັດສາດ, ພ່ີນ້ອງຢູ່ແຜ່ນດິນໃຫຍ່ຈີນກໍ່ດີໃຈຫຼາຍຄືກັນ.
ນັກກິລາໄຕ້ເປຈີນຊິງໄດ້ຫຼຽນຄຳເທ່ືອທຳອິດນີ້ໄດ້ສະໜອງໂອກາດດີຫຼາຍໃຫ້ສອງຝັ່ງຮ່ອມທະເລເພ່ີມທະວີການແລກປ່ຽນດ້ານກິລາແລະວັດທະນະທຳຕ່ືມອີກ.
1 2 3 4
|
|