|
 |
(GMT+08:00)
2004-08-26 16:49:55
|
 |
ສອງເອື້ອຍນ້ອງລັດເຊຍຊິງໄດ້ຫຼຽນຄຳຂອງການລອຍນ້ຳແບບລວດລາຍຄ(ພາບ)
cri
Author: huachunmei
ນາງຈ່າງຊຽວຫວນແລະນາງກູ້ເປີຍໆນັກກິລາຈີນໄດ້ເປັນທີ 7. ເຖິງວ່າລຳດັບຍັງຄືກັນກັບຜົນງານໃນງານກິລາໂອລິມປິກຊິດນີກໍ່ຕາມ, ແຕ່ວ່າ, ນາງຈ່າງຊຽວຫວນແລະນາງກູ້ເປີຍໆຍັງກະຕຸ້ນໃຈຫຼາຍຈົນເບົ້າຕາເຕັມໄປດ້ວຍນ້ຳຕາ. ນາງຈ່າງຊຽວຫວນອາທິປາຍວ່າ, "ອີງຕາມການແຂ່ງຂັນໃນມື້ທ່ີແລ້ວ, ມື້ນີ້, ພວກຂ້າພະເຈົ້າໄດ້ປັບປຸງອີລີຍາບົດ, ແຕ່ບໍ່ນຶກບໍ່ຝັນວ່າ, ກຳມະການໄດ້ເຫັນແລ້ວ, ຍັງໃຫ້ຄະແນນສູງ. ນີ້ຈ່ັງແມ່ນບໍ່ງ່າຍໆ, ກຳມະການໄດ້ຮັບຮ້ອງຄວາມພະຍາຍາມຂອງພວກຂ້າພະເຈົ້າໃນທ່ີສຸດ! ເຖິງວ່າລຳດັບເປັນທີ 7 ຍັງຄືເກົ່າ, ແຕ່ວພວກຂ້າພະເຈົ້າໄດ້ຍົກສູງລະດັບຂອງຕົນແລ້ວ."
ວັນທີ 26 ແລະວັນທີ 27 ສິງຫາ, ຈະດຳເນີນການແຂ່ງຂັນຕາມລາຍການເລືອກເອົາດ້ານຕັກນິກແລະດ້ານເສລີຂອງຕົວ. ນັກກິລາຈີນຈະມີການສະແດງທ່ີພາດຫົວເລ່ືອງວ່າ ເຊອີ້ຫຸນ ແປວ່າມ່ິງຂວັນຢູ່ເຂດຫິມະແລະອີ້ ແປວ່າ ໝາກສະກາ, ຫວັງຈະສະແດງລັກສະນະແຫ່ງບົວລະພາຢູ່ອາແຕນ, ລ່ືນຜົນງານເປັນທີ 6 ເຊ່ິງແມ່ນຜົນດີທ່ີສຸດໃນປະຫວັດສາດ. ທິມຍ່ີປຸ່ນແລະທິມລັດເຊນຍັງຄົງແມ່ນທິມທ່ີມີອາດສາມາດຫຼາຍກວ່າໝູ່ຈະຊິງໄດ້ຫຼຽນຄຳ. 1 2
|
|
|