ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 16:49:55    
ສອງເອື້ອຍ​ນ້ອງລັດ​ເຊຍ​​ຊິງ​ໄດ້ຫຼຽນຄຳ​ຂອງ​ການ​ລອຍນ້ຳ​ແບບ​ລວດລາຍຄ​(ພາບ)

cri Author: huachunmei
    
                    ນັກກິລາລັດເຊຍກຳລັງແຂ່ງຂັນຢູ່

ຕໍ່​ນາງ​ເຢິມາ​ໂຄ​ວາ​ແລະ​ນາງດາ​ວີ​ໂດ​ວາ ນັກ​ກິລາ​ລັດ​ເຊຍ​ເປ​ນຜູ່​ຊະນະ​ເລີດ​ໂລກ​ໃນ​ການ​ແຂ່ງຂັນລອຍນ້ຳ​ແບບ​ລວດລາຍ​ສອງ​ຄົນວັນ​ທີ 25 ສິງຫາ, ສອງ​ເອື້ອຍ​ນ້ອງ​ເປັນ​ຜູ່​ລົງ​ສະໜາ​ມຄູ່ສຸດ​ທ້າຍ, ຜູ່​ຊົມ​ໄດ້​​​ໄຊ​​​​ໂຍ​ໂຮ​ຮ້ອງ​ແລະ​ຕົບ​ມື​ສະ​ແດງ​ຄວາມ​ສະໜັບສະ​ໜູນ​. ຫຼັງການ​​ແຂ່ງ​ຂັນ​ແລ້ວ,  ກຳມະການ​ 5 ຄົນໃຫ້ 10 ຄະ​ແນນ ​ເຊ່ິງ​ເປັນ​ຄະນະ​ເຕັມ​ເພ່ືອ​ຢືນຢັນ​ການສະ​ແດງ​ສິນລະ​ປະ​ອັນ​ດີ​ເດັ່ນ​ຂອງ​ພວກ​ເຂົາ​ເຈົ້າ​. ​ເອື້ອຍ​ນ້ອງ​ລັດ​ເຊຍຄູ່​ນີ້​ຊິງ​ໄດ້ຫຼຽນຄຳ​ຂອງ​ການ​ລອຍ​ນ້ຳ​ແບບ​ລວດລາຍ​ສອງ​ຄົນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຢ່າງ​ສົມ​ກຽດ. ນາງ​ທາ​ເຄດາ​ແລະ​ທາ​ຊີ​ບາ​ນາຂອງ​ຍ່ີ​ປູ່​ນ ​ຜູ່​ຮອງ​ຊະນະ​ເລີດ​ໃນ​ງານ​ກິລາ​ໂອລິ​ມປິກ​ຊິດ​ນີ​ຊິງ​ໄດ້ຫຼຽນ​ເງິນ​ອີກ.

ນາງ​ເຢິມາ​ໂຄ​ວາ​ແລະ​ນາງດາ​ວີ​ໂດ​ວາ​ໄດ້​​ເປັນທີ​ໜ່ຶງ​ໃນ​ການ​ແຂ່ງຂັນ​ຮອບ​ຕົ້ນແ​ແລະ​ເປັນ​ຜູ່​ລົງ​ສະໜາມຄູ່​ສຸດ​ທ້າຍ​ໃນ​ການ​ແຂ່ງ​ຂັນ​ຮອບ​ປາຍ. ພວກ​ເພ່ິນ​ຈັ່ງ​ແມ່ນ​ບໍ່​ທຳ​ມະ​ດາ, ​ໄດ້​ຜາບ​​ແພ້​ຜູ່​ຊົມ​ທັງຫຼາຍ​ໂດຍຄວາມສະ​ເຫນ​ດ້ານສິລະປະ, ​ແລ້ວຊິງ​ໄດ້ຫຼຽນຄຳດ້ວຍ 99,334 ​ຄະ​ແນນ. ນາງ​ທາ​ເຄດາ​ແລະ​ນາງ​ທາ​ຊີ​ບາ​ນາ​ ນັກ​ກິລາ​ຍ່ີ​ປຸ່ນບາງທີ​ປົກ​ປາກຍິ້ມ​ຫົວ, ບາງທີ​ຕົບ​ມື​ຮ້ອງ​ຊົມ​ເຊີຍ, ​ເຖິງ​ວ່າ​ຮູບ​ອິປັອກຍ່ີ​ປຸ່ນ​ເປັນ​ໜ້າ​ຮັກ​ແທ້,  ​ແຕ່​ຍັງ​ຊະນະສອງ​ເອື້ອຍ​ນ້ອງ​ລັດ​ເຊ​ຍບໍ່​ໄດ້, ໄດ້ 98,417 ຄະ​ແນນ, ມີ​ແຕ່​ຂຶ້ນ​ແທ່ນ​ຜູ່​ຮອງ​ຊະນະ​ເລີດ​ອີກ​.  ນັກ​ກິລາອາ​ເມ​ລິ​ກາ​ເປັນ​ທິ 3​​.

ນາງ​ດາ​ວີ​ໂດ​ວາ​ເວົ້າຢ່າງ​ດີ​ອົກ​ດີ​ໃຈ​ວ່າ, "ພວກ​ຂ້າ​ພະ​ເຈົ້າຈ່ັງ​ແມ່ນ​ດີ​ໃຈແທ້ໆ! ກ່ອນ​ການ​ແຂ່ງຂັນ, ພວກ​ຂ້າພະ​ເຈົ້າກໍ​ຮູ້​ວ່າ​ຕົນ​ເອງ​ຈະ​ຊິງ​ໄດ້ຫຼຽນຄຳ. ພວກ​ຂ້າພະ​ເຈົ້າ​ແມ່ນ​ຄູ່ດີ​ເລີດ​ກວ່າ​ເພ່ິນ!" ນາງ​ເຢີມ​ໂຄ​ວາ​ເວົ້າ​ຢອກ​ວ່າ, " ​ເລ່ືອງ​ທ່ີ​ຍາກ​ທ່ີ​ສຸດ​ບໍ່​ແມ່ນ​ຊະນະ​ນັກ​ກິລາ​ຍ່ີ​ປຸ່ນ, ຫາມແມ່ນຊິງ​ໄດ້​ຄຸນ​ວິດ​ທິທ່ີ​ຕາງໜ້າ​ລັດ​ເຊຍເຂົ້າຮ່ວມງານ​ກິລາ​ໂອ​ລິ​ມປິກ, ພວກ​ຂ້າພະ​ເຈົ້າ​ຫຼັງຈາກ​ຊະນະໝູ່​ເພ່ືອນ​​ໃນ​ທິມ​ແລ້ວຈ່ິງ​ໄດ້​ມາ​ເຂົ້າງານ​ກິລາ​ໂອ​ລິ​ມປິ​ມ."

1  2