
ປີ1937,ທ່ານເຕິ້ງສຽວຜິງ ອາຍຸ33ປີ,ໃນໄລຍະສົງຄາມຕໍ່ຕ້ານຍີ່ປຸ່ນ
ການປະຕິຮູບກ່ຽວກັບນະໂຍບາຍພາຍໃນຂອງທ່ານເຕິ້ງສຽວຜິງຕົ້ນຕໍສະແດງໃຫ້ເຫັນໃນສອງດ້ານດ່ັງນີ້,ໜຶ່ງ,ທ່ານເຫັນວ່າ,ຕ້ອງເຮັດໃຫ້ສະພາບການທີ່ຈີນດຳເນີນຂະບວນການການເມືອງຢ່າງບໍ່ຢຸດຢັ້ງໃນຫຼາຍ10ປີຜ່ານມາແລະເຮັດໃຫ້ການກໍ່ສ້າງເສດຖະກິດບໍ່ສາມາດດຳເນີນໄປຢ່າງປົກກະຕິນັ້ນສິ້ນສຸດລົງ.ຕ້ອງພະຍາຍາມຮັກສາໃຫ້ປະເທດມີສະຖຽນລະພາບ,ແລ້ວສ້າງສະພາບແວບລ້ອມທາງສັງຄົມອັນຈຳເປັນໃຫ້ແກ່ການກໍ່ສ້າງເສດຖະກິດ.ທ່ານເຕິ້ງສຽວຜິງກ່າວເນັ້ນວ່າ,ຕ້ອງຖືເອົາການກໍ່ສ້າງເສດຖະກິດເປັນໃຈກາງຂອງວຽກງານພັກຄອງອຳນາດແລະຂອງທົ່ວປະເທດຢ່າງໝັ້ນໜຽວບໍ່ປ່ຽນແປງ.ສອງ,ປ່ຽນແປງຮູບການຄຸ້ມຄອງວຽກງານເສດຖະກິດຂອງລັດເປັນກ້າວໆ,ຈາກການອາໄສແຕ່ລັດວາງແຜນ,ດັດສົມຄວບຄຸມໃນແຕ່ກ່ອນ,ຫັນມາເປັນການຮັບຮອງບົດບາດດັດສົມອັນສຳຄັນຂອງຕະຫຼາດໃນການໝູນເດີນຂອງເສດຖະກິດ.ນອກນີ້,ທ່ານເຕິ້ງສຽວຜິງຍັງກ່າວເນັ້ນຕ້ອງຊຸກຍູ້ການປະຕິຮູບຢ່າງຮອບດ້ານເຊັ່ນໂຄງປະກອບວິທະຍາສາດເຕັກນິກ,ການສຶກສາ,ວັດທະນະທຳ,ສາທາລະນະສຸກເປັນຕົ້ນບົນພື້ນຖານພັດທະນາເສດຖະກິດ.
ການໄຂປະຕູສູ່ພາຍນອກໃນດ້ານການພົວພັນກັບຕ່າງປະເທດທີ່ທ່ານເຕິ້ງສຽວຜິງລິເລີ່ມນັ້ນກໍແມ່ນວາງອອກໂດຍແນໃສ່ນະໂຍບາຍຕ່າງປະເທດທີ່ຂ້ອນຂ້າງອັດຕັນຂອງຈີນທີ່ປະຕິບັດໃນໄລຍະຍາວນານໃນແຕ່ກ່ອນ.ທ່ານກ່າວເນັ້ນວ່າ,ຕ້ອງມີທ່າທີອັນຕັ້ງໜ້າແລະເປັນເຈົ້າການ,ເປີດກວ້າງການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນຈາກລວງກວ້າງແລະລວງເລິກ.ຕ້ອງເພີ່ມປັດໃຈເສດຖະກິດໃນການໄປມາຫາສູ່ກັນກັບຕ່າງປະເທດ.ຕ້ອງຖອດຖອນເອົາບົດຮຽນທັງໝົດທີ່ມີຜົນດີຕໍ່ການພັດທະນາເສດຖະກິດຂອງຈີນ.ໂດຍສະເພາະແມ່ນບົດຮຽນກ້າວໜ້າດ້ານການຄຸ້ມຄອງເສດຖະກິດຂອງປະເທດທຶນນິຍົມທີ່ພັດທະນາ,ພ້ອມກັນນັ້ນ,ກໍຕັ້ງໜ້ານຳເຂົ້າເຕັກນິກກ້າວໜ້າແລະເງິນທຶນຂອງພວກເຂົາເຈົ້າ.

ວັນທີ16ກຸມພາປີ1984,ທ່ານເຕິ້ງສຽວຜິງໄດ້ຊົມຫ້ອງຄວບຄຸມສູນກາງຂອງບໍລິສັດ ຂາງແລະເຫຼັກກ້າປາວຊານຊຽງໄຮໃນເວລາສຳຫຼວດບໍລິສັດດັ່ງກ່າວ.
ແຕ່ປີ1978ຮອດປະຈຸບັນ,ການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນໄດ້ດຳເນີນມາເປັນເວລາ20ກວ່າປີແລ້ວ.ການປະຕິຮູບທີ່ເລິກເຊິ່ງແລະຍືດເຍືອເປັນເວລາຍາວນານຮອບນີ້ໄດ້ຊຸກຍູ້ຢ່າງແຂງແຮງຕໍ່ການພັດທະນາເສດຖະກິດແລະດ້ານອື່ນໆຂອງຈີນ.ໃນ20ກວ່າປີມານ້ີ,ເສດຖະກິດຈີນໄດ້ຮັກສາທ່ວງທາເຕີບໂຕຢ່າງວ່ອງໄວຕະຫຼອດມາ,ກຳລັງຕົວຈິງດ້ານເສດຖະກິດນັບມື້ນັບເພີ່ມທະວີຂຶ້ນ.ປີ2003,ຍອດບໍລິມາດເສດຖະກິດຂອງຈີນໄດ້ເປັນທີ7ຂອງໂລກ,ມູນຄ່າການຄ້າກັບຕ່າງປະເທດເປັນທີ4ຂອງໂລກ.ຄຽງຄູ່ກັບເສດຖະກິດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ,ຈີນໄດ້ອຳລາຈາກການຂາດເຂີນດ້ານເສດຖະກິດທີ່ລົບກວນຊີວິດການເປັນຢູ່ຂອງປະຊາຊົນເປັນເວລາຫຼາຍປີ,ແລ້ວກ້າວເຂົ້າສູ່ໄລຍະທີ່ມີວັດຖຸອຸດົມສົມບູນໂດຍທຽບຖານ.ປະຊາກອນຈຳນວນຫຼາຍຮ້ອຍລ້ານຄົນທີ່ບໍ່ສາມາດຕອບສະໜອງການກິນອິ່ມນຸ່ງອຸ່ນໃນແຕ່ກ່ອນນັ້ນໄດ້ຫຼຸດພົ້ນອອກຈາກຄວາມທຸກຈົນ.ເລື່ອງທີ່ເຮັດໃຫ້ຄົນຈີນດີໃຈເປັນພິເສດນັ້ນແມ່ນ,ຄຽງຄູ່ກັບການປະຕິຮູບໄດ້ລົງເລິກເຂົ້າສູ່ທຸກຂົງເຂດແລະທຸກຊັ້ນຄົນໃນສັງຄົມແລະຄວາມແຮງການປະຕິຮູບໄດ້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ,ສັງຄົມຈີນກໍມີສະຖຽນລະພາບໃນດ້ານກວມລວມໂດຍຕະຫຼອດ.
ຄວນເວົ້າໄດ້ວ່າ,ທ່ານເຕິ້ງສຽວຜິງທີ່ຖືກຄົນທັງຫຼາຍເອີ້ນດ້ວຍເຄົາລົບເປັນນາຍຊ່າງໃຫຍ່ອອກແບບການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນ,ທ່ານບໍ່ພຽງແຕ່ເປັນນາຍຊ່າງໃຫຍ່ອອກແບບເທົ່ານັ້ນ,ທ່ານຍັງເປັນຜູ່ຊຸກຍູ້ການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນທີ່ເດັດດ່ຽວໜຽວແໜັ້ນແລະແຂງແຮງກວ່າໝູ່.ທ່ານຊອກໄດ້ເບົ້າແບບພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຈີນແລະບັງເກີດຜົນໃຫ້ແກ່ຈີນ.ເບົ້າແບບພັດທະນາດ່ັງກ່າວມີຈຸດພິເສດດັ່ງນີ້,ຄືຍຶດໝັ້ນຖືເສດຖະກິດກຳມະສິດສ່ວນລວມເປັນອັດຕະພາບ,ໃຕ້ປະຖົມປັດໄຈນີ້,ກໍສົ່ງເສີມໃຫ້ພັດທະນາເສດຖະກິດລະບອບກຳມະສິດອື່ນໆ.ເຮັດໃຫ້ສັງຄົມນິຍົມແລະເສດຖະກິດຕະຫຼາດປະສານເຂົ້າກັນຢ່າງມີປະສິດທິຜົນ.ຍຶດໝັ້ນການນຳພາຂອງພັກກອມມູນິດຈີນຕໍ່ລັດຈີນໂດຍຕະຫຼອດ.ຍຶດໝັ້ນຖານະບູລິມະສິດແລະຖານະໃຈກາງຂອງການປະຕິຮູບດ້ານເສດຖະກິດໃນການປະຕິຮູບທຸກລາຍ.
ປະຈຸບັນ,ເຖິງວ່າທ່ານເຕິ້ງສຽວຜິງໄດ້ລ່ວງລັບໄປແລ້ວ,ແຕ່,ທ່ານໄດ້ເຮັດໃຫ້ຈີນຮັ່ງມີຂຶ້ນຜ່ານຈາກການປະຕິຮູບ,ເຮັດໃຫ້ຄົນຈີນດຳລົງຊີວິດທີ່ດີກວ່າແຕ່ກ່ອນຫຼາຍເທົ່າ.ເສັ້ນທາງພັດທະນາທີ່ທ່ານຊີ້ແນະໃຫ້ຈີນນັ້ນແມ່ນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງແລະແສງສະຫວ່າງເຊິ່ງພຶດຕິກຳໄດ້ພິສູດໃຫ້ເຫັນແລ້ວ.ຊູ່ມື້ນີ້,ເມື່ອເອີ່ຍເຖິງຊື່ຂອງທ່ານເຕິ້ງສຽວຜິງ,ຊາວຈີນທຸກຄົນຍ່ອມຈະສະແດງອອກໃຫ້ເຫັນຄວາມເຄົາລົບນັບຖືທ່ານ. 1 2
|