
ວັນທີ22ສິງຫາປີນີ້ແມ່ນວັນລະລຶກວັນຄ້າຍວັນເກີດີຂອງທ່ານເຕິ້ງສຽວຜິງຄົບຮອບ100ປີ ຜູ່ນຳຈີນທີ່ໄດ້ລ່ວງລັບໄປ.ຄຸນງາມຄວາມດີອັນສະຫງ່າລາສີຂອງບູລຸດຜູ່ຍິ່ງໃຫຍ່ຜູ່ນີ້ທີ່ສ້າງຂຶ້ນໃນປະຫວັດດົນນານຂອງຈີນນັ້ນແມ່ນທ່ານໄດ້ຊີ້ນຳການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນທີ່ເລີ່ມແຕ່ທ້າຍຊຸມປີ70ສະຕະວັດແລ້ວນີ້ເຊິ່ງໄດ້ພາໃຫ້ຈີນມີການປ່ຽນແປງຢ່າງໃຫຍ່ຫຼວງ.ສະນັ້ນຈິ່ງໄດ້ຮັບນາມມະຍົດ"ນາຍຊ່າງໃຫຍ່ອອກແບບການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນ.

ປີ1956,ທ່ານເຕິ້ງສຽວຜິງ ອາຍຸ52ປີ,ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ ສູນກາງພັກກອມມູນິດຈີນໃນກອງປະຊຸມຄົບຄະນະຄັ້ງທີ1ຂອງກອງປະຊຸມຜູ່ ແທນພັກກອມມູນິດຈີນສະໄໝທີ8.
ໃນລາຍການການປະຕິຮູບຂອງຈີນພາກນີ້,ພວກເຮົາຈົ່ງມາພ້ອມກັນຄິດເຖິງບູລຸດຜູ່ຍິ່ງໃຫຍ່ຜູ່ນີ້ທີ່ນຳພາຈີນກ້າວໄປສູ່ເສັ້ນທາງການປະຕິຮູບແລະໄຂປະຕູສູ່ພາຍນອກ.ໃນສາຍຕາຂອງຊາວໂລກ,ທ່ານເຕິ້ງສຽວຜິງບໍ່ສູງປານໃດ,ມັກຕັດຜົມຊົງແມັກ,ມັກຍິ້ມແຍ້ມແຈ່ມໃສທີ່ສະແດງໃຫ້ເຫັນຄວາມສະຫຼາດສ່ອງໃສແລະຄວາມເມດຕາກະລຸນາ.ຝ່າຍທາງການຈີນເອີ້ນທ່ານເປັນ,ນັກການເມືອງ,ນັກການທະຫານ,ຜູ່ນຳສຳຄັນຜູ່ໜຶ່ງຂອງພັກກອມມູນິດຈີນ,ກອງທັບປົດປ່ອຍປະຊາຊົນຈີນແລະສາທາລະນະລັດປະຊາຊົນຈີນ.ປີ1904,ທ່ານເຕິ້ງສຽວຜິງກຳເນີດຢູ່ແຂວງເຊສວນທີ່ມີທິວທັດສວຍສົດງົດງາມທີ່ພາກຕາເວັນຕົກສຽງໃຕ້ຂອງຈີນ,ເມື່ອອາຍຸ10ກວ່າປີ,ທ່ານໄດ້ໄປຝະຣັ່ງທັງຮຳ່ຮຽນທັງເຮັດວຽກ,ເມື່ອອາຍຸ20ປີ,ທ່ານໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນ.ໃນຊຸມປີ30—40ສະຕະວັດແລ້ວນີ້,ກອງທະຫານກອງໜຶ່ງຂອງພັກກອມມູນິດຈີນເຊິ່ງນຳໂດຍທ່ານເຕິ້ງສຽວຜິງໄດ້ເສີມຂະຫຍາຍບົດບາດນຳໜ້າສູ້ລົບໃນສົງຄາມຕໍ່ຕ້ານຍີ່ປຸ່ນ,ແລະສົງຄາມປົດປ່ອຍຂອງຈີນ.ພາຍຫຼັງສະຖາປະນາສາທາລະນະລັດປະຊາຊົນຈີນເມື່ອປີ1949ແລ້ວ,ທ່ານໄດ້ດຳລົງຕຳແໜ່ງສຳຄັນພາຍໃນພັກກອມມູນິດຈີນ,ວົງການການເມືອງແລະວົງການການທະຫານຂອງຈີນ.

ປີ1920,ທ່ານເຕິ້ງສຽວຜິງ ອາຍຸ16ປີ ໃນເວລາທັງຮຳ່ຮຽນທັງເຮັດວຽກຢູ່ຝະຣັ່ງ
ປີ1976,ທ່ານມາວເຈີຕົ້ງ ທີ່ເປັນຜູ່ນຳສູງສຸດຂອງຈີນໂດຍຕະຫຼອດພາຍຫຼັງສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນນັ້ນໄດ້ລ່ວງລັບໄປ.ຈາກນັ້ນມາບໍ່ດົນ,ທ່ານເຕິ້ງສຽວຜິງໄດ້ກາຍເປັນແກນກາງໃໝ່ແຫ່ງການນຳຂອງປະເທດຈີນ.ເມື່ອໄດ້ກຶງກອງຄືນຢ່າງເລິກເຊິ່ງຕໍ່ຈີນທີ່ສືບທອດເອົາເບົ້າແບບພັດທະນາຂອງອະດີດສະຫະພາບໂຊວຽດເປັນເວລາຫຼາຍປີແລ້ວພາໃຫ້ຈີນພັດທະນາຢ່າງຊັກຊ້າແລ້ວ,ທ່ານເຫັນວ່າ,ຈີນຄັນຢາກມີການພັດທະນາຂ້ອນຂ້າງໄວ,ກໍຕ້ອງນຳໃຊ້ເບົ້າແບບພັດທະນາອັນໃໝ່.ບົນພື້ນຖານແນວຄິດນີ້,ທ່ານຕົກລົງວ່າ,ໃນດ້ານນະໂຍບາຍຕໍ່ພາຍໃນ,ຕ້ອງດຳເນີນການປະຕິຮູບຕໍ່ຫຼາຍວິທີໃນແຕ່ກ່ອນ,ໃນດ້ານນະໂຍບາຍຕໍ່ພາຍນອກ,ຕ້ອງໄຂປະຕູສູ່ພາຍນອກຢ່າງເປັນເຈົ້າການກວ່າເກົ່າ.
1 2
|