|
 |
(GMT+08:00)
2004-08-16 09:27:20
|
 |
ທ່ານເຕິ້ງສຽງຜິງກັບປະເທດດຽວສອງລະບອບ
cri
ເມື່ອໄດ້ມີການແກ້ໄຂບັນຫາຮົງກົງເປັນແວ່ນແຍງ, ປີ 1999, ຈີນກັບປອກຕຸ້ຍການໄດ້ແກ້ໄຂບັນຫາມາກາວດ້ວຍສັນຕິວິທີ.
ໂດຍມີລັດຖະບານສູນກາງອອກແຮງສຸດຂີດສະໜັບສະໜູນ, ຮົງກົງໄດ້ທົນຕໍ່ການທົດສອບຈາກວິກິດການການເງິນອາຊີ, ເສດຖະກິດທົ່ວໂລກພັດທະນາຊ້າລົງ, ພະຍາດຊາສ໌, ໄດ້ຮັກສາສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຕໍ່ໄປ. ການປະຕິບັດປະເທດດຽວສອງລະບອບຢູ່ຮົງກົງກໍໄດ້ຮັບຄວາມເຫັນດີເຫັນພ້ອມແລະຄວາມຍ້ອງຍໍຢ່າງກວ້າງຂວາງຈາກປະຊາຄົມໂລກ. ປີກາຍນີ້, ໃນເວລາທ່ານແບຼ ນາຍົກລັດຖະມົນຕີອັງກິດຢ້ຽມຢາມຮົງກົງນັ້ນ, ທ່ານກ່າວວ່າ, ທ່ານເຊື່ອວ່າ, ຮົງກົງສາມາດຮັກສາຄວາມຈະເລີນຮຸ່ງເຮືອງຕໍ່ໄປ.
ປະເທດດຽວສອງລະບອບໄດ້ຮັບຜົນສຳເລັດເຊັ່ນດຽວກັນຢູ່ມາກາວ. ທ່ານລີນຊີງເຟິງ ທີ່ທຸລະກິດຮ້ານຊັບພະສີນຄ້າຢູ່ມາກາວໄດ້ເຫັນການປ່ຽນແປງຂອງມາກາວພາຍຫລັງກັບຄືນສູ່ປະເທດຊາດແລ້ວ, ທ່ານເວົ້າວ່າ:
ພາຍຫລັງມາກາວກັບຄືນສູ່ປະເທດຊາດແລ້ວ, ສັງຄົມມີສະຖຽນລະພາບ, ປະຈຸບັນ, ທ່ົວສັງຄົມໄດ້ປະກົດມີບັນຍາກາດອົບອຸ່ນສະຫງົບສຸກ. ເສດຖະກິດໄດ້ເຕີບໂຕດ້ວຍຄວາມໄວສູງ, ຄວາມໝັ້ນໃຈຂອງໄທເມືອງໃນດ້ານບໍລິໂພກກໍໄດ້ເພິ່ມຂຶ້ນ. ຂ້າພະເຈົ້າເຫັນວ່າ, ຜົນສຳເລັດທີ່ມາກາວໄດ້ຮັບນັ້ນໄດ້ສ່ອງແສງໃຫ້ເຫັນວ່າ, ປະເທດດຽວສອງລະບອບໄດ້ປະຕິບັດຢູ່ມາກາວຢ່າງສຳເລັດຜົນ.
ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ. ຫາງສຽງເຫັນວ່າ, ທິດທາງປະເທດດຽວສອງລະບອບເໝາະໃຊ້ໃນການແກ້ໄຂບັນຫາໄຕ້ຫວັນເຊັ່ນດຽວກັນ.ຄ່ຽງຄູ່ກັບບັນຫາຮົງກົງແລະມາກາວໄດ້ຮັບການແກ້ໄຂ, ມະຫາຊົນໄຕ້ຫວັນທີ່ເຫັນດີນຳການໂຮງປະເທດຊາດເຂົ້າເປັນເອກະພາບກັນຕາມທິດທາງປະເທດດຽວສອງລະບອບນັ້ນກໍນັບມື້ນັບເພີ່ມຂຶ້ນ. ລັດຖະບານຈີນເຊື່ອວ່າ, ໂດຍອິງຕາມໂຄງຄວາມຄຶດປະເທດດຽວສອງລະບອບຂອງທ່ານເຕິ້ງສຽງຜິງ, ການບັນລຸການໂຮມຈີນເຂົ້າເປັນເອກະພາບກັນໃນທີ່ສຸດແມ່ນມີອະນາຄົດສະຫວ່າງສະໄຫວ. 1 2
|
|
|