ວັນທີ 22 ສິງຫາປີນີ້ແມ່ນວັນລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽງຜິງ ຜູ່ນຳທີ່ລ່ວງລັບໄປແລ້ວຂອງຈີນຄົບຮອບ 100 ປີ. ໃນເວລາທ່ານເຕິ້ງສຽງຜິງຍັງມີຊີວິດຢູ່ນັ້ນ, ເພື່ອສຳເລັດພາລະກິດໂຮມຈີນເຂົ້າເປັນເອກະພາບກັນ, ທ່ານໄດ້ສະເໜີໂຄງຄວາມຄຶດປະເທດດຽວມີສອງລະບອບຢ່າງມີລັກສະນະປະດິດສ້າງ. ໃຕ້ການຊີ້ນຳຂອງໂຄງຄວາມຄຶດດັ່ງກ່າວ, ຈີນໄດ້ຟື້ນຟູອະທິປະໄຕເໜືອຮົງກົງແລະມາກາວຢ່າງສະດວກ, ແລະມີຄວາມໝາຍອັນຕັ້ງໜ້າຕໍ່ຈີນແກ້ໄຂບັນຫາໄຕ້ຫວັນ. ໃນຖານເປັນນາຍຊ່າງໃຫຍ່ອອກແບບການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນ, ໃນຕົ້ນຊຸມປີ 80 ສະຕະວັດທີ 20, ທ່ານເຕິ້ງສຽງຜິງໄດ້ວາງໂຄງ ຄວາມຄຶດທີ່ໃຊ້ທິດທາງປະເທດດຽວສອງລະບອບມາແກ້ໄຂບັນຫາໂຮມຈີນເຂົ້າເປັນເອກະພາບກັນ, ຄືແຜ່ນດິນໃຫຍ່ຈີນ ໄຕ້ຫວັນ ຮົງກົງ ມາກາວຂຶ້ນກັບປະເທດດຽວ, ພາຍຫຼັງໂຮມຈີນເຂົ້າເປັນເອກະພາບແລ້ວ, ແຜ່ນດິນໃຫຍ່ຈີນສືບຕໍ່ປະຕິບັດລະບອບສັງຄົມນິຍົມ, ສ່ວນຮົງກົງ ມາກາວແລະໄຕ້ຫວັນຈະຮັກສາລະບອບທຶນນິຍົມໄດ້ຄືເກົ່າ. ລະບອບສັງຄົມສອງຢ່າງທີ່ຕ່າງກັນໄດ້ຊົງຕົວຢູ່ໂດຍສັນຕິຍາວນານໄດ້, ແລະພັດທະນາໄປພ້ອມກັນໄດ້.
ທ່ານເວີ່ນຊ້ຽນຢວນ ຫົວໜ້າສູນຄົ້ນຄວ້າທິດສະດີເຕິ້ງສຽງຜິງຂອງສະພາບັນດິດວິທະຍາສາດສັງຄົມແຂວງກວາງຕົ້ງເຫັນວ່າ, ການປະຕິບັດສອງລະບອບຢູ່ປະເທດດຽວ, ເປັນການປະດິດສ້າງຂອງທ່ານເຕິ້ງສຽວຜິງ. ທ່ານເວົ້າວ່າ: ໂຄງຄວາມຄຶດປະເທດດຽວສອງລະບອບອະນຸຍາດປະຕິບັດສອງລະບອບຢູ່ຈີນ, ນີ້ໄດ້ສ່ອງແສງໃຫ້ເຫັນຄວາມຄ່ອງແຄ້ວໃນລະດັບສູງຂອງທ່ານເຕິ້ງສຽງຜິງ, ທັງໄດ້ສ່ອງແສງໃຫ້ເຫັນຄວາມເດັດດ່ຽວໜຽວແໜ້ນຂອງທ່ານເຕິ້ງສຽວຜິງ, ເຊິ່ງກໍຄື: ຫລັກການປະເທດດຽວບໍ່ໃຫ້ປ່ຽນແປງ, ນອກນີ້, ປະເທດດຽວສອງລະບອບໄດ້ເປີດຊ່ອງທາງແນວຄຶດໃຫ້ແກ່ການແກ້ໄຂຄວາມວິວາດກັນລະຫວ່າງຊາດໂດຍສັນຕິ.

ເດືອນກຸມພາປີ 1984, ໃນເວລາທ່ານເຕິ້ງສຽງຜິງພົບປະຄະນະຜູ່ແທນສູນຄົ້ນຄວ້າຍຸດທະສາດແລະບັນຫາສາກົນຂອງມະຫາວິທະຍາໄລເມືອງຈອຈ໌ທາວອາເມລິການັ້ນ, ທ່ານໄດ້ສະເໜີ"ປະເທດດຽວ,ສອງລະບອບ".
ໂຄງຄວາມຄຶດປະເທດດຽວສອງລະບອບຂອງທ່ານເຕິ້ງສຽງຜິງໄດ້ຖືກນຳໃຊ້ມາແກ້ໄຂບັນຫາຮົງກົງກ່ອນໝູ່. ໂດຍຜ່ານການເຈລະຈາມາ 20 ກວ່າຮອບ, ລັດຖະບານສອງປະເທດຈີນອັງກິດໄດ້ເຊັນຖະແຫລງການຮ່ວມໃນວັນທີ 12 ປີ 1984, ເນື້ອໃນຕົ້ນຕໍແມ່ນລັດຖະບານຈີນຈະຟື້ນຟູອະທິປະໄຕເໜືອຮົງກົງແຕ່ວັນທີ 1 ກໍລະກົດປີ 1997 ເປັນຕົ້ນໄປ, ລະບອບສັງຄົມແລະເສດຖະກິດທີ່ຮົງກົງປະຕິບັດໃນປະຈຸບັນບໍ່ປ່ຽນແປງ, ແບບແຜນດຳລົງຊີວິດຂອງປະຊາຊົນບໍ່ປ່ຽນແປງ. ທ່ານຕົງຈ້ຽນຮວາ ຜູ່ວ່າການບໍລິຫານຂອງເຂດບໍລິຫານພິເສດຮົງກົງເຫັນວ່າ, ກໍແມ່ນຍ້ອນມີໂຄງຄວາມຄຶດປະເທດດຽວສອງລະບອບທີ່ທ່ານເຕິ້ງສຽງຜິງສະເໜີອອກມາ, ຈຶ່ງເຮັດໃຫ້ຮົງກົງກັບຄືນສູ່ປະເທດຊາດຢ່າງສະດວກໄດ້.
ທ່ານເວົ້າວ່າ ປະຊາຊົນຮົງກົງບໍ່ຫ່ອນລືມວ່າ, ທ່ານເຕິ້ງສຽງຜິງໃນຖານເປັນຜູ່ລິເລີ່ມ ຜູ່ສ້າງພື້ນຖານແຫ່ງໂຄງຄວາມຄືດປະເທດດຽວສອງລະບອບ, ໄດ້ສະໜອງແລວຄວາມຄິດໃໝ່ແລະວິທີໃໝ່ໃຫ້ແກ່ການໂຮມປະເທດຊາດເຂົ້າເປັນເອກະພາບກັນ, ເຊິ່ງກໍຄື: ປະເທດດຽວສອງລະບອບ, ໃຫ້ຊາວຮົງກົງປົກຄອງຮົງກົງ, ການປົກຄອງຕົນເອງໃນລະດັບສູງ, ໄດ້ໃຫ້ການຮັບປະກັນດ້ານລະບອບແກ່ຮົງກົງຮັກສາຄວາມຈະເລີນຮຸ່ງເຮືອງແລະມີສະຖຽນລະພາບຍາວນານຫຼັງຈາກກັບຄືນສູ່ປະເທດຊາດແລ້ວ.
1 2
|