"ຈັດເອຊານເກມແລ້ວ, ຍັງຕ້ອງຈັດງານກິລາໂອລິມປິກອີກ"
cri
ທ່ານເຕິ້ງສຽວຜິງມັກຫຼິ້ນກິລາທ່ີສຸດ. ການຫຼິ້ນໄພ້ບຼິດ ລອຍນຳ້ແລະເບ່ິງການເຕະບານເປັນຕົ້ນກໍແມ່ນເລ່ືອງທ່ີທ່ານສະບາຍໃຈທ່ີສຸດ.
ໃນຍາມເປັນນັກຮຽນ, ທ່ານເຕິ້ງສຽວຜິງກໍໄດ້ມັກການເຕະບານ. ໃນເວລາຮຽນໜັງສືຢູ່ຝະລັ່ງ, ມີເທ່ືອໜ່ຶງ, ທ່ານໄດ້ຂາຍເສ້ອນອກໂຕໜ່ຶງເພ່ືອຊື້ປີ້ໄປເບ່ິງການແຂ່ງຂັນເຕະບານທ່ີໜ້າເບ່ິງ. ໃນໄລຍະແຂ່ງຂັນບານເຕພຊີງຂັນໂລກປີ 1990, ທ່ານເບ່ິງການຖ່າຍທາດສົດແດ່, ເບ່ິງວີເດໂອກະແສດແດ່, ການແຂ່ງຂັນທັງໝົດ 52 ນັດ, ທ່ານໄດ້ເບ່ິງ 50 ນັດ.
ຕາມພະນັກງານກິລາຜູ່ອາວຸໂສຈຳນວນໜ່ຶງຫວນຄືນວ່າ, ໃນເລລາທ້າວຊູຫ້າຍເຟິງ ນັກກິລາຈີນຊິງໄດ້ຫຼຽນຄຳຫຼຽນທຳອິດໃນງານກິລາໂອລິມປິກແລ້ວ, ທ່ານເຕິ້ງສຽວຜິງດີອົກດີໃຈທ່ີສຸດ. ໃນເວລາງານເອຊຽນເກມຈັດຂຶ້ນຢູ່ປັກກ່ິງ, ທ່ານໃຫ້ຄວາມສົນໃຈຫຼາຍ, ໝວກທ່ີພິມທຸງຊາດຈີນແລະເຄ່ຶອງໝາຍຫ້າບ້ວງກິລາໂອລິມປິກນັ້ນ, ທ່ານມັກຖືທ່ີສຸດຈົນຫຼາຍວັນຫຼາຍເດືອນ.
ຜູ່ເຮັດວຽກຢູ່ອ້ອມຂ້າງທ່ານເຕິ້ງສຽວຜິງຫວນຄືນວ່າ, "ໃນເວລາເບ່ິງການແຂ່ງຂັນກິລາຂອງງານກິລາໂອລິມປິກແລະເອຊຽນເກມ, ທ່ານເຕິ້ງສຽວຜິງມັກໃຫ້ຄະແນນແກ່ນັກກິລາ, ເພ່ິນມັກໃຫ້ຄະແນນສູງແກ່ນັກກິລາໜຸ່ມນ້ອຍ. ເພ່ິນມັກເບ່ິງການແຂ່ງຂັນກາຍຍະກຳຂອງນັກກິລາໜຸ່ມຂອງຈີນ. ມັກພວກເຂົາເຈົ້າແມ່ນຫວັງພວກເຂົາເຈົ້າຮັບຜົນດີ. ໃນເວລາລົງ, ບາງທ່ີນັກກິລາໜຸ່ມນ້ອຍຢືນບໍ່ໝັ້ນ, ທ່ານເຕິ້ງສຽວຜິງກໍໃຫ້ກຳລັງໃຈວ່າ, "ໝັ້ນທ່ຽງດິຢູ່, ໝັ້ນທ່ຽງດີຢູ່."
ທ່ານເຕິ້ງສຽວຜິງມັກຫຼິ້ນກິລາຕະຫຼອດຊີວິດ, ເອົາໃຈໃສ່ນຳການກິລາ. ທ່ານເຄີຍຊີ້ອອກວ່າ, "ເຮັດວຽກງານກິລາເຮັດດີຫຼືບໍ່, ມີຜົນສະທ້ອນໃຫຍຫຼາຍ, ມັນເປັນການສະແດງຂອງເສດຖະກິດແລະອາລະຍະກຳແຫ່ງຊາດ. ມັນລະດົມໃຈຄົນຫຼາຍປານນັ້ນ, ດຶງດູດຜູ່ຊົມແລະຜູ່ຟັງຫຼາຍປານນັ້ນ, ຕ້ອງເຮັດວຽກກິລາໃຫ້ດີ." 1 2
|
|