ທ່ານເຕິ້ງສຽວຜິງແມ່ນຜູ່ນຳຈີນທ່ີສະເໜີໃຫ້ຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກກ່ອນກວ່າໝູ່.
ເດືອນກໍລະກົດປີ 1990, ທ່ານເຕິ້ງສຽວຜິງທ່ີມີອາຍຸກາຍ 80 ປີແລ້ວ, ທ່ານໄປກວດບ້ານນັກກິລາເອຊຽນເກມປັກກ່ິງ, ທ່ານໄດ້ເບ່ິງສ່ິງກໍ່ສ້າງອັນສະຫງ່າລະສີຢູ່ຕໍ່ໜ້າ, ແລ້ວເວົ້າດ້ວຍສຽງອັນໜັກແໜ້ນວ່າ, "ຈີນໄດ້ຕັດສິນໃຈຈັດງານກິລາໂອລິມປິກແລ້ວບໍ່? ເປັນຫຍັງບໍ່ກ້າ? ເມ່ືອໄດ້ສ້າງສິ່ງກໍ່ສ້າງກິລາແບບນີ້ແລ້ວ, ຖ້າວ່າບໍ່ຈັດງານກິລາໂອລິມປິກ, ກໍເທົ່າກັບວ່າຟູມເຟືອຍເຄ່ິງໜ່ຶງ."
ຢູ່ສູນກິລາໂອລິມປິກແຫ່ງຊາດຈີນ, ທ່ານເຕິ້ງສຽວຜິງຖາມທ່ານວູຊ້າວຈູ ປະທານຄະນະກຳມະການກິລາແຫ່ງຊາດໃນຄາດນັ້ນວ່າ, " ເມ່ືອໄດ້ຈັດເອຊຽນເກມແລ້ວ, ຍັງຕ້ອງຈັດງານກິລາໂອລິມປິກ. ພວກເຂົາເຈົ້າຕັດສິນໃຈຫຼືບໍ່?"
ພາຍຫຼັງປັກກ່ິງເສຍໄຊບໍ່ໄດ້ເປັນເຈົ້າພາບຈັດງານກິລາໂອລິມປິກພຽງສອງບັດໃນເດືອນກັນຍາປີ 1993 ຢູ່ທີ່ມົງເຕກາກໂລແລ້ວ, ທ່ານເຕິ້ງສຽວຜິງກໍເວົ້າໂດຍມີຄວາມໝາຍເລີກຊື້ງວ່າ, ສຳຄັນທ່ີສຸດແມ່ນຕ້ອງເຮັດວຽກຂອງຕົນໃຫ້ດີ. ວັນທີ 1 ຕຸລາປີນັ້ນ, ທ່ານເວົ້ານຳທ່ານວູຊ້າວຈູວ່າ, "ການຮ້ອງຂໍບໍ່ສຳເລັດນັ້ນບໍ່ເປັນຫຍັງ, ຕ້ອງຖອດຖອນບົດຮຽນ. ຢ່າເຊ່ືອການຮັບປາກຢ່າງງາຍໆ, ສຳເລັດແລ້ວຈ່ິງມີຜົນສັກສິດ, ບໍ່ສຳເລັດຢ່າເຊ່ືອ."
ຫຼັງຈາກນັ້ນ 4 ປີ, ທ່ານເຕິ້ງສຽວຜິງໄດ້ເຖິງແກ່ກຳ. ຜ່ານໄປອີກ 4 ປີ, ງານກິລາໂອລິມປິກໄດ້ເລືອກເອົາເມືອງປັກກິ່ງ, ຄວາມປາຖະໜາຂອງທ່ານເຕິ້ງສຽວຜິງໄດ້ປະກົດຜົນເປັນຈິງ.
1 2
|