ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 17:42:49    
ຜູ້​ຊາຍ​ຫວຽດ​ນາມ​ອີກ​ຜູ້​ໜຶ່ງ​ຖືກ​ສົງ​ໄກ​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 30 ພະຈິກ ສື່​ມວນ​ຊົນ​ຮ່າ​ໂນ້ຍລາຍ​ງານ​ວ່າ,​ແຂວງ​ແທ່ງ​ຮົວ ພາກ​ເໜືອ​ຫວຽດ​ນາມມີ​ຜູ້​ຊາຍຜູ້​ໜຶ່ງ​ອາຍຸ 51 ປີ​​ໄດ້​ນອນເຂົ້າ​ໂຮງໝໍ​ສູນກາງ​​ແຂວງ​ແທ່ງ​ຮົວພາຍຫຼັງ​ປະກົດ​ເຫັນ​ມີ​ສະພາບ​ຄ້າຍຄື​ກັບພະ​ຍາດ​ໄຂ້ຫວັດ​ສັດ​ປີກ,​ຝ່າຍ​ກ່ຽວ​ຂ້ອງ​ພວມ​ກວດກາ​ສຸຂະພາບ​ຂອງ​ເຂົາ.

ຕາມ​ຕົວ​ເລກ​ທີ່​ກົມ​ສັດ​ຕະວະ​ແພດ​ກະຊວງ​ພັດ​ທະນາ​ກະສິກຳ​ແລະ​ຊົນນະບົດ​ຫວຽດນາມ​ປະກາດ​,​ແຕ່​​ເດືອນ​ຕຸລາ​ປີ​ນີ້​ເປັນ​ຕົ້ນມາ,ຢູ່ ​22 ​ແຂວງ​ຂອງ​ຫວຽດ​ນາມມີ​ຄົນ​ເປັນ​ພະຍາດ​ໄຂ້ຫວັດ​ສັດປີກ,ສັດ​ປີກ​ລ້ຽງ 1 ລ້ານ 7 ​ແສນ​ໂຕ​ຕາຍ​ຍ້ອນ​​ເປັນ​ພະຍາດ​ຫຼືຖືກ​ຂ້າຕາຍ.

ປະຈຸ​ບັນ 10 ​ແຂວງ​ຂອງ​ຫວຽດ​ນາມ​ໄດ້​ສຳ​ເລັດການ​ສັກຢາ​ວັກ​ແຊງ 2 ຊະນິດ. ລັດຖະ​ບານ​ຫວຽດ​ນາມ​ໄດ້​ປະກາດ​ນະ​ໂຍບາຍ​​ໃໝ່​,​ເກື້ອກູນ​ຜູ້​ລ້ຽງສັດ​ປີກ​ລ້ຽງ​ປ່ຽນ​ອາຊີບ​ເປັນ​ຕົ້ນ. ນອກ​ນີ້,​ອົງ​ການ​ປົກຄອງ​ນະຄອນ​ຫຼວງ​ໂຮ່ຈິ​ມິນ​ໄດ້​ຕົກລົງ​ວ່າ ​ແຕ່​ກາງ​ເກືອ​ນທັນວາ​ເປັນຕົ້ນ​ໄປ ຫ້າມ​ພົນລະ​ເມືອງ​ລ້ຽງ​ນົກ​ຊົມ.