ນັບແຕ່ວັນທີ 1 ມິຖຸນາໜ້ານີ້ເປັນຕົ້ນໄປ ມາເລເຊຍຈະຢຸດການເກັບພາສີບໍລິໂພກ
2018-05-18 11:30:40 cri
ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປລາຍງານວ່າ, ທ່ານ ມາຮາເທຍ ບິນ ໂມຮາມັດ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ, ລັດຖະບານມາເລເຊຍຈະປະຕິບັດຕາມຄຳໝັ້ນສັນຍາທີ່ຈະຍົກເລີກພາສີບໍລິໂພກທີ່ຕົນເຄີຍກ່າວໃນເວລາເຂົ້າຮ່ວມການແຂ່ງຂັນເລືອກຕັ້ງນາຍົກລັດຖະມົນຕີ,ພ້ອມທັງຈະສົ່ງຄ່າພາສີທີ່ເກັບຢ່າງບໍ່ຖືກຕ້ອງຕາມກົດໝາຍນັ້ນໃຫ້ຮ້ານຄ້າຄືນ. ຈາກນັ້ນ, ກະຊວງການເງິນມາເລເຊຍໄດ້ອອກຖະແຫຼງການວ່າ,ມາດຕະການດັ່ງກ່າວເໝາະສົມໃຊ້ກັບສິນຄ້າແລະການບໍລິການນຳເຂົ້າແລະທ້ອງຖິ່ນ,ແຕ່ບໍ່ລວມທັງສິນຄ້າແລະການບໍລິການທີ່ໄດ້ຮັບການຍົກເລີກພາສີບໍລິໂພກ.
ກະຊວງການເງິນມາເລເຊຍກ່າວວ່າ, ນັບແຕ່ວັນທີ 1 ມິຖຸນາໜ້ານີ້ເປັນຕົ້ນໄປ, ຮ້ານຄ້າທີ່ໄດ້ຈົດທະບຽນພາສີບໍລິໂພກທັງໝົດລ້ວນແຕ່ຈະຕ້ອງເຄົາລົບແລະປະຕິບັດຕາມນະໂຍບາຍອັດຕາພາສີບໍລິໂພກໃໝ່ 0%. ມາເລເຊຍໄດ້ປະຕິບັດນະໂຍບາຍພາສີບໍລິໂພກໃນວັນທີ 1 ເມສາປີ 2015 ເຊິ່ງອັດຕາພາສີແມ່ນ 6%.