ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ໄຂຂື້ນຢ່າງເປັນທາງການ

ວັນທີ 18 ມັງກອນ 2016 ນີ້ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ, ພ້ອມບັນດາສະຫາຍກົມການເມືອງ, ເລຂາທິການສູນກາງພັກ,ກໍາມະການສູນກາງພັກ,ຜູ້ອາວຸໂສ,ວິລະຊົນແຫ່ງຊາດ,ຕົວແທນຈາກອົງຄະນະພັກຂັ້ນຕ່າງໆ 1 ພັນກວ່າສະຫາຍ ແລະຜູ້ແທນສົມບູນ 684 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 250 .000 ສະຫາຍ.

ໃນວາລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ ໄດ້ກ່າວສູນທອນພົດ ມີບາງຕອນສໍາຄັນວ່າ: ກອງປະຊມຸໃຫຍ່ຄັ້ງທີ 10 ຂອງພັກທີ່ໄຂຂຶ້ນໃນຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງ ທັງເປັນບາດລ້ຽວປະຫວັດສາດໃນການກໍານົດທິດທາງໜ້າທີ່ສໍາລັບການພັດທະນາປະເທດຊາດ ຂອງສປປ ລາວ ເພື່ອກ້າວໄປສູ່ຈຸດໝາຍທີ່ວາງໄວ້ດ້ວຍທ່ວງທ່າໃໝ່. ການສະຖາປະນາລະບອບປະຊາທິປະໄຕປະຊາຊົນລາວ ມາເຖິງປັດຈຸບັນ ໄດ້ຢ່ວງຂ້າມປີທີ 40 ແລະ ພາລະກິດປ່ຽນແປງໃໝ່ໄດ້ດໍາເນີນມາເປັນເວລາ 30 ປີ ເພື່ອສືບຕໍ່ນໍາເອົາພາລະກິດປະຕິວັດຂອງພວກເຮົາກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່່າງໜັກແໜ້ນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຕິດພັນກັບການສະຫຼຸບຕີລາການປ່ຽນແປງໃໝ່ໃນໄລຍະ30ປີທີ່ຜ່ານມາ,ຖອດຖອນເອົາບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມກໍຄືທິດທາງພັດທະນາເສດຖະກິດ-ສັງຄົມຂອງຊາດ, ເພື່ອຊຸກຍູ້ພາລະກິດປ່ຽນແປງໃໝ່ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ,ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິ ຍົມເທື່ອລະກ້າວ.
1 2