ທ່ານ​ສີ​ຈິ້​ນ​ຜິງ​ພົບ​ປະ​ທ່ານມາ​ຄ​ຣົງ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ
2018-01-09 10:30:28  cri 

ວັນ​ທີ 8 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ເອັມ​ມາ​ນູ​ເອວ ມາ​ຄ​​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປີ​ໃໝ່​ວຽນ​ມາ​ເຖິງ, ທ່ານ​ມາ​ຄ​ຣົງ​ມາ​ຢ້ຽມ​ຢາມ​ອາ​ຊີ​ຄັ້ງ​ທຳ​ອິດກໍ​ມາ​ຈີນ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ທ່ານ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ພົວ​ພັນ​ຈີນ-ຝ​ຣັ່ງ. ທ່ານເນັ້ນ​ວ່າ, ໃນ​ໂລກ​ປັດ​ຈຸ​ບັນ​ຍັງ​ມີ​ຄວາມ​ບໍ່​ແນ່ນອນຫຼາຍ​ດ້ານ, ຈີນ​ມີ​ຈຸດ​ຢືນ​​ໃນ​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະ ຝ​ຣັ່ງ​ກໍ​ມີ​ຈຸດ​ຢືນ​ທີ່​ຄ້າຍ​ຄື​ກັນ. ຈີນ​ຍິນ​ດີ​ສືບ​ຕໍ່​​ຮັດ​ແໜ້ນການ​ຮ່ວມ​ມື​ກັບ​ຝ​ຣັ່ງ​ໃນ​ທຸກ​ຂົງ​ເຂດ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບົນຫຼັກ​ການ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ຮັດ​ແໜ້ນ​ການ​ຕິດ​ຕໍ່​ພົວ​ພັນ ແລະ ຮ່ວມ​ມື​ກັບ​ຝ​ຣັ່ງ​ໃນ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ ແລະ ຮ່ວມ​ກັນ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ທ່ານ​ມາ​ຄ​ຣົງ​ກ່າວ​ວ່າ, ດີ​ໃຈຫຼາຍ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ເປັນ​ຄັ້​ງ​ທຳ​ອິດ ແລະ ຫວັງ​ຢາກ​ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ພົວ​ພັນ​ຝ​ຣັ່ງ-ຈີນ ແລະ ບັນ​ຫາ​ສາ​ກົນ​ສຳ​ຄັນ​ຕ່າງໆ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ, ຮັດ​ແໜ້ນ​ການ​ພົວ​ພັນ​ຝ​ຣັ່ງ​-ຈີນ ແລະ ການ​ພົວ​ພັນ​ເອີ​ລົບ-ຈີນ. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ຝ​ຣັ່ງ​ຍິນ​ດີ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ຍິນ​ດີ​ຮ່ວມ​ກັບ​ຈີນ​ປະ​ກອບ​ສ່ວນ​ໃໝ່ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ທີ່​ປະ​ຊາ​ຄົມ​ໂລກພວມ​ຜະ​ເຊີນ ເຊັ່ນ: ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ອື່ນໆ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ກາຍ​ເປັນຫຼັກ​ໝາຍ​ໃໝ່​ແຫ່ງ​ການ​ພົວ​ພັນ​ຝ​ຣັ່ງ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ