ວັນທີ 1 ທັນວານີ້ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງ ພັກກອມມູນິດຈີນ ປະທານປະເທດ ສປ ຈີນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກການເມືອງໃນທົ່ວໂລກທີ່ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ ແລະກ່າວສູນທອນພົດທີ່ພາດຫົວເລື່ອງວ່າ: ຮ່ວມກັນສ້າງໂລກທີ່ສວຍງາມກວ່າເກົ່າ ໂດຍກ່າວເນັ້ນວ່າ, ພັກການເມືອງຄວນພັດທະນາໄປຕາມກະແສຂອງຍຸກສະໄໝ, ກຳກັບທິດກ້າວເດີນຂອງມວນມະນຸດ, ເຮັດວຽກເພື່ອຄວາມປາຖະໜາຮ່ວມຂອງປະຊາຊົນ, ມີອຸດົມການອັນສູງສົ່ງ ແລະກ້າຮັບພາລະໜ້າທີ່, ເປັນເຈົ້າການຮັບໜ້າທີ່ແຫ່ງຍຸກສະໄໝ. ພັກກອມມູນິດຈີນຈະເຮັດຄືແຕ່ເກົ່າເມືອຫຼັງ, ສືບຕໍ່ປະກອບສ່ວນ ເພື່ອສັນຕິພາບ, ຄວາມສະຫງົບ, ການພັດທະນາຮ່ວມກັນຂອງໂລກ ແລະເຮັດໃຫ້ອາລິຍະທຳຕ່າງໆໃນໂລກຖອດຖອນບົດຮຽນເຊິ່ງກັນແລະກັນ.
ຕອນບ່າຍວັນທີ 1 ທັນວານີ້, ພາຍຫຼັງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ທ່ານຮຸນແຊນ ປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍທີ່ມາເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກການເມືອງ ໃນທົ່ວໂລກຢູ່ຈີນ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຳມະນາ ແລະກ່າວສູນທອນພົດ.
ທ່ານສີຈິ້ນຜິງຊີ້ອອກວ່າ, ໃນຊູ່ມື້ນີ້, ມວນມະນຸດມີສາຍພົວພັນທີ່ໃກ້ຊິດຢ່າງບໍ່ເຄີຍມີມາກ່ອນ, ພ້ອມກັນນັ້ນກໍຜະເຊີນໜ້າກັບຫຼາຍບັນຫາລັກສະນະທົ່ວໂລກຢ່າງບໍ່ເຄີຍມີມາກ່ອນ. ປະຊາຊົນບັນດາປະເທດໃນໂລກຄວນຖືທັດສະນະ "ທົ່ວໂລກເປັນຄອບຄົວດຽວກັນ" ໂດຍເຂົ້າໃຈເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ພະຍາຍາມຮ່ວມກັນເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທ່ານກ່າວວ່າ "ປີ 2013, ຂ້າພະເຈົ້າໄດ້ວາງຂໍ້ລິເລີ່ມ ສ້າງປະຊາມຄົມຮ່ວມຊາຕາກຳມວນມະນຸດເປັນຄັ້ງທຳອິດ. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນວ່າ, ການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຈີນກັບບັນດາປະເທດໃນໂລກໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ, ທັດສະນະປະຊາຄົມຮ່ວມຊາຕາກຳມວນມະນຸດໄດ້ຮັບການສະໜັບສະໜູນ ແລະ ຮັບຄວາມເຫັນດີເຫັນພ້ອມນັບມື້ເພີ່ມຂຶ້ນ ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ຫັນຈາກທັດສະນະໃຫ້ເປັນຮູບປະທຳ. ຂ້າພະເຈົ້າສະເໜີຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ, ກໍແມ່ນເພື່ອປະຕິບັດຕາມທັດສະນະປະຊາຄົມຮ່ວມຊາຕາກຳມວນມະນຸດ. ໃນ 4 ປີຜ່ານມາ, ຮ່ວມກັນສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ໄດ້ກາຍເປັນເວທີຮ່ວມມືທີ່ກວ້າງຂວາງສຳລັບປະເທດຕ່າງໆທີ່ກ່ຽວຂ້ອງພັດທະນາຮ່ວມກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຝ່າຍຕ່າງໆຍຶດໝັ້ນທັດນະນະປະຊາຄົມຮ່ວມຊາຕາກຳມວນມະນຸດ, ຮ່ວມກັນວາງແຜນການ ແລະປະຕິບັດຕົວຈິງ, ທຳຄວາມພະຍາຍາມຢ່າງບໍ່ລົດລະເປັນເວລາຍາວນານ, ກ້າວໄປໜ້າເທື່ອລະກ້າວ, ເປົ້າໝາຍທີ່ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດນັ້ນຈະບັນລຸຜົນເປັນຈິງຢ່າງແນ່ນອນ."
ທ່ານສີຈິ້ນຜິງກ່າວຕື່ມວ່າ, ປັດຈຸບັນ, ສະຖານະການສາກົນພວມມີການປ່ຽນແປງ, ໂຄງປະກອບການພັດທະນາກໍພວມມີການປ່ຽນແປງຄືກັນ. ພັກການເມືອງຂອງປະເທດຕ່າງໆຄວນເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ,ທຳຄວາດ ເຂົ້າໃຈກັນຫຼາຍຂຶ້ນ, ປະສານງານກັນຢ່າງແໜ້ນແຟ້ນກວ່າເກົ່າ, ຄົ້ນຄວ້າສ້າງການພົວພັນລະຫວ່າງພັກການເມືອງແບບໃໝ່ທີ່ສະແຫວງຫາສິ່ງທີ່ຄືກັນ ແລະ ສະຫງວນສິ່ງທີ່ຕ່າງກັນ, ຕ່າງເຄົາລົບກັນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ ບົນພື້ນຖານການພົວພັນສາກົນແບບໃໝ່, ເພື່ອສ້າງເປັນເຄືອຂ່າຍ ການແລກປ່ຽນ ແລະ ຮ່ວມມືກັນລະຫວ່າງພັກການເມືອງສາກົນ ທີ່ມີຫຼາກຫຼາຍຮູບແບບ ແລະ ຫຼາຍລະດັບ ບົນພື້ນຖານສາຍພົວພັນສາກົນແບບໃໝ່, ເຕົ້າໂຮມກຳລັງແຂງແຮງເພື່ອສ້າງເປັນປະຊາຄົມຮ່ວມຊາຕາກຳ. ທ່ານກ່າວເນັ້ນວ່າ, "ພັກກອມມູນິດຈີນເປັນພັກການເມືອງທີ່ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນ, ກໍແມ່ນພັກການເມືອງທີ່ບາກບັ່ນສູ້ຊົນເພື່ອພາລະກິດກ້າວໜ້າຂອງມວນມະນຸດ. ພັກກອມມູນິດຈີນເຮັດວຽກທຸກຢ່າງ ແມ່ນເພື່ອສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນ, ພະຍາຍາມຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ສະແຫວງຫາສັນຕິພາບ ແລະການພັດທະນາຂອງມວນມະນຸດ. ພວກເຮົາຈະເຮັດວຽກຂອງຕົນໃຫ້ດີ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພວກເຮົາກໍຈະຜ່ານຈາກການພັດທະນາຂອງຈີນ ເພື່ອສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກ ໂດຍຜ່ານການລົງເລິກພຶດຕິກຳຂອງຕົນເພື່ອຄົ້ນຄວ້າກົດເກນພັດທະນາຂອງສັງຄົມມະນຸດ ແລະ ຊົມໃຊ້ຮ່ວມກັບປະເທດຕ່າງໆໃນໂລກ. ພວກເຮົາຈະບໍ່ລອກແບບຮູບການພັດທະນາຂອງຕ່າງປະເທດ, ແລະບໍ່ບັງຄັບໃຫ້ປະເທດອື່ນລອກແບບຮູບການພັດທະນາຂອງຈີນ, ພັກກອມມູນິດຈີນຈະເຮັດຄືແຕ່ເກົ່າເມືອຫຼັງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນເຂົ້າໃນການພັດທະນາຮ່ວມກັນຂອງໂລກຢ່າງສະເໝີຕົ້ນສະເໝີປາຍ, ແລະປະກອບສ່ວນເຂົ້າໃນການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງອະລິຍະທຳຕ່າງໆໃນໂລກຢ່າງສະເໝີຕົ້ນສະເໝີປາຍ.
ທ່ານສີຈິ້ນຜິງຊີ້ອອກວ່າ, ໃນ 5 ປີຕໍ່ໜ້ານີ້, ພັກກອມມູນິດຈີນຍັງຈະໃຫ້ໂກຕາແກ່ພະນັກງານ 15000 ຄົນຂອງພັກການເມືອງປະເທດຕ່າງໆໃນໂລກມາສຶກສາຄົ້ນຄວ້າ ແລະ ຖອດຖອນບົດຮຽນຢູ່ຈີນ. ທ່ານຍັງລິເລີ່ມໃຫ້ກອງປະຊຸມສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກການເມືອງໃນທົ່ວໂລກໃຫ້ກາຍເປັນກົນໄກປະຈຳ ແລະ ກາຍເປັນເວທີສົນທະນາທາງການເມືອງລະດັບສູງທີ່ມີລັກສະນະຕາງໜ້າຢ່າງກວ້າງຂວາງ ແລະມີອິດທິພົນສາກົນ.
ທ່ານກ່າວວ່າ, ໃນໄລຍະດົນນານມານີ້, ພັກກອມມູນິດຈີນໄດ້ຮັກສາການພົວພັນເປັນປະຈຳກັບ 400 ກວ່າພັກການເມືອງ ແລະ ອົງການຈັດຕັ້ງການເມືອງ ຂອງ 160 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ ໂດຍມຸ່ງໜ້າສູ່ອະນາຄົດ, ພັກກອມມູນິດຈີນຍິນດີຮ່ວມກັບພັກການເມືອງຕ່າງໆໃນໂລກເພີ່ມທະວີການໄປມາຫາສູ່ກັນ, ຖອດຖອນບົດຮຽນດ້ານການຄຸ້ມຄອງພັກ ແລະ ປົກຄອງປະເທດ, ດຳເນີນການສົນທະນາລະຫວ່າງອະລິຍະທຳຕ່າງໆ, ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມກັບປະຊາຊົນທົ່ວໂລກ, ຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ, ຮ່ວມກັນສ້າງໂລກທີ່ສວຍງາມກວ່າເກົ່າ.
ຫຼັງພິທີໄຂກອງປະຊຸມຍັງໄດ້ຈັດກອງປະຊຸມຄົບຄະນະຄັ້ງທຳອິດ, ຜູ້ນຳພັກການເມືອງຫຼາຍປະເທດໄດ້ກ່າວປາຖະກະຖາ ໂດຍຕີລາຄາສູງຕໍ່ຂໍ້ສະເໜີຂອງທ່ານສີຈິ້ນຜິງກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະຮ່ວມກັນສ້າງໂລກທີ່ສວຍງາມກວ່າເກົ່າ ທັງກ່າວວ່າຈະຮ່ວມກັບພັກກອມມູນິດຈີນ, ຮ່ວມກັນສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງທົ່ວໄປ, ຈະເລີນຮຸ່ງເຮືອງຮ່ວມກັນ, ເປີດປະຕູສູ່ພາຍນອກ, ໂອບອ້ອມອາລີ, ສະອາດ ແລະສວຍງາມ.
ກອງປະຊຸມສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກ ການເມືອງໃນທົ່ວໂລກທີ່ດຳເນີນເປັນເວລາ 4 ວັນ ເຊິ່ງມີຫົວຂໍ້ວ່າ "ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ, ຮ່ວມກັນສ້າງໂລກທີ່ສວຍງາມ: ຄວາມຮັບຜິດຊອບຂອງພັກການເມືອງ", ຜູ້ນຳ 600 ກວ່າທ່ານຂອງເກືອບ300 ພັກການເມືອງ ແລະອົງການຈັດຕັ້ງການເມືອງຈາກ 120 ກວ່າປະເທດໄດ້ເຂົ້າຮ່ວມກອງປະຊຸມ.