ທ່ານຫຼີເຄີ້ຊຽງໄດ້ປະກອບຄຳເຫັນ ໂດຍກ່າວວ່າ, ປະຈຸບັນນີ້, ການພັດທະນາເສດຖະກິດຂອງພາກພື້ນອາຊີຕາເວັນອອກໄດ້ຮັກສາທ່າອຽງເຕີບໂຕໂດຍລວມ, ຍັງແມ່ນພາກພື້ນໜຶ່ງທີ່ມີພະລັງຊີວິດຊີວາ ແລະກຳລັງບົ່ມຊ້ອນດ້ານການພັດທະ ນາຫຼາຍທີ່ສຸດໃນທົ່ວໂລກ. ປະຊາຄົມອາຊຽນກຈະປະກາດສ້າງຕັ້ງຂຶ້ນໃນອີກບໍ່ດົນ, ການຮ່ວມມືພາຍໃນປະເທດອາຊຽນໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດອັນໃໝ່ ເຊິ່ງນີ້ຈະເພີ່ມພະລັງແຮງອັນໃໝ່ໃນການຊຸກຍູ້ການຮ່ວມມືອາຊຽນ+3. ຈີນຍິນດີຮ່ວມກັບຝ່າຍຕ່າງໆເດີນຕາມເສັ້ນທາງທີ່ມີມິດຕະພາບຕໍ່ກັນທຸກເຊັ່ນຄົນ ແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານຫຼີເຄີ້ຊຽງໄດ້ວາງຂໍ້ສະເໜີ 6 ຂໍ້ກ່ຽວກັບການຮ່ວມມືອາຊຽນ+3 ຄືດັ່ງນີ້:
ໜຶ່ງ, ເລັ່ງລັດຊຸກຍູ້ເສດຖະກິດອາຊີຕາເວັນອອກພັດທະນາເປັນອັນໜຶ່ງອັນ ດຽວກັນ; ສອງ, ຮ່ວມກັນຮັກສາຄວາມໝັ້ນທ່ຽງດ້ານການເງິນຂອງພາກພື້ນ;ສາມ, ຍົກລະດັບການເຊື່ອມຈອດກັນແລະເຊື່ອມໂຍງກັນ. ສີ່, ດຳເນີນການຮ່ວມມືໃນດ້ານການຍົກລະດັບຄວາມສາມາດການຜະລິດສາກົນ; ຫ້າ, ລົງເລິກການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກດ້ານກະສິກຳ; ຫົກ, ເປີດກວ້າງການແລກປ່ຽນດ້ານວັດທະນະທຳ ແລະບຸກຄະລາກອນ.
ຜູ້ນຳບັນດາປະເທດທີ່ຮ່ວມປະຊຸມໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຝ່າຍຈີນທີ່ໄດ້ທຳຄວາມພະຍາຍາມເພື່ອຊຸກຍູ້ການຮ່ວມມືອາຊຽນ+3, ພ້ອມດ້ວຍຄວາມໝາຍແລະບົດບາດອັນສຳຄັນຂອງກອງປະຊຸມຜູ້ນຳຈີນ,ຍີ່ປຸ່ນແລະສ.ເກົາຫຼີທີ່ຈັດຂຶ້ນໃນຫວ່າງກ່ອນນີ້ບໍ່ດົນ. ຜູ້ນຳຕ່າງໆກ່າວວ່າ, ການຮ່ວມມືອາຊຽນ+3ແມ່ນຊ່ອງທາງຕົ້ນຕໍສຳລັບການຮ່ວມມືໃນພາກພື້ນອາຊີຕາເວັນອອກ, ເປັນແຮງຊຸກຍູ້ສັນຕິພາບແລະການພັດທະນາຂອງອາຊີຕາເວັນອອກ. ບັນດາປະເທດຄວນໃຊ້ມາດຕະການຮ່ວມມືອັນແທ້ຈິງຕື່ມອີກ, ຊຸກຍູ້ສ້າງອາຊີຕາເວັນອອກໃຫ້ເປັນອັນໜຶ່ງອັນດຽວກັນ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ, ການທະນາຄານແລະການລົງທຶນ, ເພີ່ມທະວີການເຊື່ອມຈອດແລະເຊື່ອມໂຍງກັນໃນພາກພື້ນ, ເລັ່ງລັດຂະບວນການເຈລະຈາກ່ຽວກັບRCEP, ສົ່ງເສີມການແລກປ່ຽນດ້ານວັດທະນະທຳ ແລະບຸກຄະລາກອນ, ຕັ້ງໜ້າຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່, ຮ່ວມມືຊຸກຍູ້ສັນຕິພາບແລະຄວາມວັດທະນະຖາວອນຂອງພາກພື້ນອາຊີຕາເວັນອອກ.