ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 18:51:20    
ປີໜ້າ ທາງລົດ​ໄຟ​​​ຂອງຈີນຈະ​ຍົກລະດັບ​ຄວາມ​ໄວ​ຢ່າງ​ຂະໜາດ​ໃຫຍ່​ອີກ​ຄັ້ງໜຶ່ງ

cri Author: da
ຕາມ​ຂ່າວCRI: ຈີນ​ມີ​ແຜນ​ຈະ​ຍົກ​ລະດັບຄວາມ​ໄວ​ການ​ແລ່ນ​ລົດ​ໄຟຢ່າງ​ຂະໜາດ​ໃຫຍ່ອີກ​ຄັ້ງໜຶ່ງ​ໃນ​ວັນ​ທີ 18 ​ເມສາ​ປີໜ້າ,​ເຮັດ​ໃຫ້​ຄວາມ​ໄວ​ການ​ແລ່ນ​​ລົດ​ໄຟ​ສູງ​ເຖິງ 200 ກິ​ໂລ​​ແມັດຂຶ້ນ​ໄປຕໍ່​ຊົ່ວ​ໂມງ.

ນີ້​ແມ່ນ​ທ່ານ​ຫູ​ຢາ​ຕົ່ງ ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ທາງ​ລົດ​ໄຟ​ຈີນ​ປະກາດ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 17 ພະຈິກ​ນີ້.

​​ແຕ່​ປີ 1997 ມາ​ນີ້,ຈີນ​ໄດ້​ຍົກລະດັບ​ຄວາມ​ໄວ​ການ​ແລ່ນ​ລົດ​ໄຟ​ຢ່າງ​ຂະໜາດ​ໃຫຍ່ 5 ​ເທື່ອ​ແລ້ວ,ພາຍຫຼັງຍົກ​ລະດັບຄວາມ​ໄວ​ການ​ແລ່ນ​ລົດໃນ​ປີໜ້​າ​ແລ້ວ,ຄວາມ​ຍາວ​ຂອງ​ທາງ​ລົດ​ໄຟ​ທີ່​ແລ່ນ​ລົດ​ດ້ວຍ​ຄວາມ​ໄວ 120 ກິ​ໂລແມັດ​ຕໍ່​ຊົ່ວ​ໂມງ​ນັ້ນຈະ​​ເພີ່ມ​ຂຶ້ນ​ເຖິງ 2 ໝື່ນ​ກວ່າ​ກິ​ໂລ​​​ແມັດ,​ໃນ​ນັ້ນ,ຄວາມ​ຍາວ​ຂອງ​ທາງ​ລົດ​ໄຟທີ່​ແລ່ນ​ລົດ​ດ້ວຍ​ຄວາມ​ໄວ 200 ກວ່າ​ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ​ຈະ​ບັນລຸ 6 ພັນ​ກວ່າ​ກິ​ໂລ​ແມັດ.