ຍອດມູນຄ່າສິນຄ້ານຳເຂົ້າສົ່ງອອກຂອງຈີນໃນ 10 ເດືອນຕົ້ນປີນີ້ລື່ນກາຍ 1420 ຕື້ໂດລາ
cri
Author: da
ຕາມຂ່າວສານຊິນຮວາ: ຕາມສະຖິຕິທີ່ດ່ານພາສີຈີນປະກາດໃນວັນທີ 8 ພະຈິກ, ຍອດມູນຄ່າສິນຄ້ານຳເຂົ້າສົ່ງອອກຂອງຈີນໃນ 10 ເດືອນຕົ້ນປີນີ້ລື່ນກາຍ 1420 ຕື້ໂດລາ.
ສະຖິຕິສະແດງໃຫ້ເຫັນວ່າ, ເມື່ອທຽບກັບເວລາດຽວກັນໃນປີກາຍ,ຍອດມູນຄ່າສິນຄ້ານຳເຂົ້າສົ່ງອອກຂອງຈີນໃນ 10 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 24%ຂຶ້ນໄປ,ມູນຄ່ານຳເຂົ້າແລະສົ່ງອອກລ້ວນແຕ່ເພີ່ມຂຶ້ນ 20% ຂຶ້ນໄປ.
ກ່ອນໜ້ານີ້,ທ່ານຟູ້ຈື້ອີ້ງ ຜູ່ຊ່ວຍລັດຖະມົນຕີວ່າການກະຊວງການຄ້າຈີນເຄີຍເວົ້າວ່າ,ຍອດມູນຄ່ານຳເຂົ້າສົ່ງອອກຂອງຈີນໃນໝົດປີນີ້ ຄາດວ່າຈະບັນລຸ 1700 ຕື້ໂດລາ.
|
|