|
|
 |
| (GMT+08:00)
2006-10-09 21:13:58
|
 |
|
ຈີນຈະກາຍເປັນຜູ້ນຳທາງຜູ້ໜຶ່ງໃນດ້ານກຳລັງການຜະລິດຂອງໂລກໃນ 20 ປີຂ້າງໜ້າ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 9 ຕຸລາ ທ່ານຢີນ ຄຼອດ໌ ລໍເຊິນ ປະທານສະຫະພັນວິທະຍາສາດກຳລັງການຜະລິດໂລກເວົ້າວ່າ, ຈີນຈະກາຍເປັນຜູ້ນຳທາງຜູ້ໜຶ່ງໃນດ້ານກຳລັງການຜະລິດຂອງໂລກໃນ 20 ປີຂ້າງໜ້າ.
ໃນເວລາເຂົ້າຮ່ວມກອງປະຊຸມກຳລັງການຜະລິດໂລກຄັ້ງທີ 14 ທີ່ຈັດຂຶ້ນຢູ່ເມືອງເສີນຢາງ ພາກຕາເວັນອອກສຽງເໜືອຂອງຈີນ ທ່ານລໍເຊິນເວົ້າວ່າ,ແຕ່ໃດມາ ຊາວຈີນກໍບໍ່ຂາດສະຕິປັນຍາ,ການປະດິດສ້າງ 4 ຢ່າງຂອງຈີນມີຊື່ລືນາມໃນໂລກ.ທ່ານທຳນາຍວ່າ,ໃນ 20 ປີຂ້າງໜ້າ,ການປະດິດສ້າງຂອງຈີນຈະເປັນການປະກອບສ່ວນອັນສຳຄັນຕໍ່ໂລກ,ນີ້ຈະຍົກສູງກຳລັງການຜະລິດຂອງໂລກຢ່າງຫຼວງຫຼາຍ.
ທ່ານເວົ້າວ່າ,ຈີນໂປໂລຂຶ້ນໄດ້ດູດດຶງທຶນຕ່າງປະເທດນັບມື້ນັບຫຼາຍ,ບໍລິສັດຂ້າມຊາດຢ່າງຫຼວງຫຼາຍໄດ້ສ້າງຕັ້ງໂຮງງານແລະສູນຄົ້ນຄວ້າຢູ່ຈີນ,ເຕັກນິກຫຼ້າສຸດຈຳນວນຫຼາຍໄດ້ຮັບການນຳໃຊ້ຢູ່ຈີນ,ສ່ວນເຕັກນິກຫຼ້າສຸດຫຼາຍຢ່າງກໍໄດ້ກຳເນີດໃນດິນແດນແຜ່ນນີ້,ພາຍໃນ 20 ປີຂ້າງໜ້າ,ທ່ວງທ່າດັ່ງກ່າວຈະນັບມື້ນັບເດັ່ນຊັດຂຶ້ນ.
ກອງປະຊຸມກຳລັງການຜະລິດໂລກຄັ້ງທີ 14 ມີຫົວຂໍ້ວ່າ"ສະແຫວງຫາກຳລັງການຜະລິດທີ່ພັດທະນາແບບຍືນຍົງ",ຈະດຳເນີນເປັນເວລາ 2 ມື້.
|
|
|