|
 |
(GMT+08:00)
2006-10-04 20:19:08
|
ຍົນ"ຊິ່ນໂຈ່ວ60"ຂອງຈີນໄດ້ຈຳໜ່າຍໃຫ້ຕ່າງປະເທດ 6 ລຳແລ້ວ
cri
Author: da
ຕາມຂ່າວສານຊິນຮວາ: ປະຈຸບັນ ນັບລວມແລ້ວ ຍົນໂດຍສານຊະນິດ"ຊິ່ນໂຈ່ວ60"ຮຸ້ນໃໝ່ທີ່ຈີນຄົ້ນຄວ້າຜະລິດເອງໄດ້ຈຳໜ່າຍໃຫ້ຕ່າງປະເທດ 6 ລຳແລ້ວ,ກ່ອນທ້າຍປີນີ້ຈະຈຳໜ່າຍອີກ 5 ລຳ.
ບໍລິສັດກຸ່ມທີ1ຂອງອຸດສາຫະກຳການບິນອະວະກາດຈີນລາຍງານວ່າ,ຍົນໂດຍສານ 6 ລຳດັ່ງກ່າວໄດ້ຈຳໜ່າຍໃຫ້ລາວ ຊຳບີ ຊິມບາເວແລະກົງໂກ. ມາຮອດປະຈຸບັນ, ໄດ້ເຊັນຂໍ້ຜູກພັນຈຳໜ່າຍຍົນ"ຊິ່ນໂຈ່ວ" 32 ລຳຢ່າງເປັນທາງການໃຫ້ 8 ປະເທດຢູ່ອາຟຼີກາ ອາຊີ ທະວີບອາເມລິກາ ແລະທະວີບໂອເຊອານີ.
ຍົນ"ຊິ່ນໂຈ່ວ60"ແມ່ນຍົນໂດຍສານຮຸ້ນໃໝ່ທີ່ຈີນຄົ້ນຄວ້າຜະລິດເອງທີ່ມີຄຸນນະພາບໄດ້ມາດຖານສາກົນໃນຍຸກປະຈຸບັນ.
|
|
|