ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 18:34:51    
ໃນ8​ເດືອນ​ຕົ້ນ​ປີ​ນີ້ ຈີນ​ໄດ້​ຊື້​​ນ້ຳ​ມັນ​ດິບ​ຈາກ​ຕ່າງ​ປະ​ເທດ 95 ລ້ານ 8 ​ແສນ​ໂຕນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຕົວ​ເລກສະຖິຕິ​ທີ່​ກົມ​ໝູນ​ເດີນ​ເສດຖະກິດ​ຂອງ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ປະກາດ​ໃນ​ວັນ​ທີ29ກັນຍາ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ສິງຫາ​ປີ​ນີ້,ຈີນ​ໄດ້​ຊື້​ນ້ຳມັນ​ດິບຈາກ​ຕ່າງປະ​ເທດ 95 ລ້ານ 8 ​ແສນ​ໂຕນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ​ກາຍ 15% ຂຶ້ນ​ໄປ.

ບົດ​ລາຍ​ງານ​ສະບັບ​ນີ້​ຍັງ​ສະ​ແດງ​ວ່າ,ການ​ຜະລິດ​ພະລັງງານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນທ່ຽງ.​ໃນ 8 ​ເດືອນ​ຕົ້ນປີ​ນີ້,ປະລິມານການ​ຜະລິດຖ່ານ​ຫີນ​ໃນ​ທົ່ວ​ປະ​ເທດ​ບັນລຸ 1310 ລ້ານ​ໂຕນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ​ກາຍ 12% ຂຶ້ນ​ໄປ; ປະລິມານ​ການ​ຜະລິດ​ນ້ຳມັນ​ດິບ​ຂອງ​ຈີນ​ກໍໄດ້​​ຫຼາຍ​ກວ່າ​​ເວລາ​ດຽວ​ກັນ​​ໃນ​ປີ​ກາຍ​​ເລັກ​ໜ້ອຍ.