|
 |
(GMT+08:00)
2006-09-29 17:55:17
|
ວິສາຫະກິດຕ່າງປະເທດຢູ່ຈີນມັກຈ້າງເຊີນຜູ້ອຳນວຍການຈີນ
cri
Author: da
ຕາມຂ່າວສານຈີນ: ວິສາຫະກິດຕ່າງປະເທດຢູ່ຈີນນັບມື້ນັບຫຼາຍເລີ່ມໄຂປະຕູຕໍ່ຜູ້ຄຸ້ມຄອງຂອງຈີນ,ມີ 70% ຂຶ້ນໄປມີແຜນຈ້າງຜູ້ອຳນວຍການຈີນມາຄຸ້ມຄອງວິສາຫະກິດຂອງຕົນ.
ຫວ່າງມໍ່ໆນີ້ ຂະແໜງການທີ່ກ່ຽວຂ້ອງໄດ້ສຳຫຼວດບໍລິສັດຕ່າງປະເທດຢູ່ຈີນແລ້ວສະແດງໃຫ້ເຫັນວ່າ,ມີພຽງບໍ່ຮອດ 30% ວິສາຫະກິດທຶນຕ່າງປະເທດທີ່ບໍ່ຢາກຈ້າງຜູ້ອຳນວຍການຈີນ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງເວົ້າວ່າ,ວິສາຫະກິດຕ່າງປະເທດຢູ່ຈີນເລີ່ມຊອກເອົາຜູ້ມີຄວາມຮູ້ຄວາມສາມາດຂອງຈີນຫຼາຍກວ່າເກົ່າ,ວິສາຫະກິດຕ່າງປະເທດຈຳນວນໜຶ່ງໄດ້ມີແຜນທີ່ຈະຈ້າງຜູ້ມີຄວາມຮູ້ຄວາມສາມາດຂອງຈີນແລ້ວ.
|
|
|