ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-28 15:30:24    
ຈີນ​ຈະ​ພະ​ຍາ​ຍາມ​ຍາດ​ແຍ່ງ​ເຮັດ​ໃຫ້​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ກາຍ​ເປັນ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະ​ດັບ​ຍອດ​ຢ້ຽມ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວສານ​ຊີນ​ຮວາ:ຫວ່າງ​ມໍ່ໆ​ນີ້, ທ່ານ​ຊາວ​ຊີ​ເວີຍ ຫົວ​ຫນ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເວົ້າວ່າ, ​ຍ້ອນ​ທີ​ວທັດ​ທຳ​ມະ​ຊາດ​ແລະ​ທີວ​ທັດ​ວັດ​ທະ​ນະ​ທຳ​ຂອງ​ພູ​ພຽງ​ຕິ​ເບດ​ມີ​ລັກ​ສະ​ນະ​ພິ​ເສດ​ແລະ​ລັກ​ສະ​ນະ​ພຽງ​ອັນ​ດຽວໃນ​ໂລກ, ສະ​ນັ້ນ​ການ​ສ້າງ​ສຳ​ເລັດ​ແລະ​ແລ່ນ​ລົດ​ຂອງ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ໄດ້​ເພີ່ມ​ຈຸດ​ຮຸ່ງ​​ໃຫ​ມ່​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂອງ​ຈີນ.ຈີນ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດກາຍ​ເປັນ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະດັບ​ຍອດ​ຢ້ຽມ​ຂອງ​ຈີນ​.

ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ເລີ່ມ​ຈາກ​ເມືອງ​ຊີ​ນິງ ​ເທດ​ສະ​ບານ​ແຂວງ​ຊິງ​ຫາຍ, ​ໄປ​ທິດ​ຕາ​ເວັນ​ຕົກ​ຮອດ​ເມືອງ​ລາ​ຊາ​ເທດ​ສະ​ບານ​ເຂດ​ຕິ​ເບດ ປົກ​ຄອງ​ຕົ​ນເ​ອງ,ຢູ່​ຕາມ​ທາງ​ນີ້​ມີ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ອຸ​ດົມ​ສົມ​ບູນ, ມີ​ພາວ​ວິວ​ທີວ​ທັດ​ທຳ​ມະ​ຊາດ​ຕ່າງໆ​ຄື ຫນອງ​ຊິງ​ຫາຍ​ເປັນ​ຕົ້ນ,ກໍ່​ມີ​ວັງ​ປູ​ຕາລາ​ແລະ​ວັດ​ທາ​ເອີ​ທີ່​ໄດ້​ໂຮມ​ສູນ​ສະ​ແດງ​ສະ​ເຫນ​ດ້ານ​ສາ​ສະ​ຫນາ ສິນ​ລະ​ປະ​ແລະ​ການ​ກໍ່​ສ້າງ,ພ້ອມ​ທັງ​ສັດ​ປ່າ​ລ້ຳ​ຄ່າ​ທີ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ຊະ​ນິດ​ຕ່າງໆ.

ທ່ານ​ຊາວ​ຊີ​ເວີຍ​ແນະ​ນຳ​ວ່າ, ການ​ສ້າງ​ສຳ​ເລັດ​ແລະ​ແລ່ນ​ລົດ​ຂອງ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ແລະ​ນຳ​ໃຊ້​ຊັບ​ພະ ຍາ​ກອນ​ການ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບຸນ​ແລະ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ພູ​ພຽງ​ຊິງ​ຫາຍ​ຕິ​ເບດ,ພ້ອມ​ກັນ​ນັ້ນ​ຈະ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຊິງ​ຫາຍ​ຕິ​ເບ​ດ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຕື່ມ​ອີກ.ທ່ານ​ຍັງ​ກ່າວ​ວ່າ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກັບ​ການ​ອະ​ນຸ​ລັກ​ຊີ​ວະ​ພາບ​ໃຫ້​ດີ.