ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ຢູ່ຊຽງໄຮ້,ທ່ານຮວງໄຫ ຜູ້ຊ່ອຍຂອງລັດຖະມົນຕີກະຊວງການຄ້າຈີນເຜີຍໃຫ້ຮູ້ວ່າ,ຄາດວ່າຮອດປີ2010,ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກຂອງສັງຄົມຈີນຈະຫຼາຍກວ່າ10000ຕື້ຢວນ,ສືບຕໍ່ກາຍເປັນຈຸດສຸມທີ່ວິສາຫະກິດທົ່ວໂລກເອົາໃຈໃສ່.
ໃນກອງປະຊຸມເວທີປາໄສທີ່ຈັດຂຶ້ນຢູ່ຊຽງໄຮ້,ທ່ານຮວງໄຫແນະນຳວ່າ,ປີ2005,ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກຂອງສັງຄົມຈີນບັນລຸ6700ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີ200412,9%.
ກຳລັງບົ່ມຊ້ອນອັນມະຫາສານຕະຫຼາດຈີນໄດ້ດູດດຶງວິສາຫະກິດຂ້າມຊາດນັບມື້ນັບຫຼາຍ.ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ,ປີ2005,ກະຊວງການຄ້າຈີນໄດ້ອະນຸມັດໃຫ້ຕັ້ງວິສາຫະກິດທຶນຕ່າງປະເທດລວມທັງໝົດ1027ແຫ່ງ.
|