ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 11:40:55    
ຈີນ​ຈະ​ເລັ່ງ​ລັດ​ສ້າງ​ສັງຄົມ​​ແບບປະຢັດ

cri

ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ21 ທັນ​ວາ,ທ່ານ​ຮູ​ຈີນ​ທ່າວ ປະ​ທານ​ປະ​ເທດຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ປະຢັດ​ຊັບພະຍາກອນ​ພະລັງງານ​ແມ່ນ​ສຳຄັນ​ແລະ​ຮີບ​ດ່ວນ​ສຳລັບຕໍ່​ຈີນ,ຈີນ​ຈະ​ເລັ່ງລັດ​ສ້າງ​ສັງຄົມ​ແບບປະຢັດ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານ​ຮູ​ຈີນ​ທ່າວ​ທ່ຽວ​ຊົມ​ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ເປັນ​ສ້າງ​ສັງຄົມ​ແບບປະຢັດ.ທ່ານ​ກ່າວ​ວ່າ,ປະຢັດ​ຊັບພະຍາກອນ​ແມ່ນ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ​​ຂອງ​ຈີນ.ການປະ​ຢັດທີ່​ດິນ,ພະລັງງານ,ນ້ຳ​ຈືດ,ຊັບ​ພະຍາກອນ​ບໍ່​ແຮ່,ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການບັນລຸການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຢ່າງ​ສືບ​ເນື່ອງ.

ກ່ອນ​ນີ້,ຈີນ​ປະກາ​ດຂໍ້ກຳ​ນົດກ່ຽວຂ້ອງ​ແລະ​ສາລະບານ​ຊີ້​ນຳ,ຈຳ​ແນ​ກ20ກວ່າຂະ​ແຫນງ​ການຕາມ​ປະ​ເພດສະຫນັບສະຫນູນ,ຈຳກັດ​ແລະ​ຄັດ​ອອກ.​ບາງໂຄງການ​ທີ່​ສິ້ນ​ເປືອງຊັບພະຍາກອນ​ຫລາຍ,​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ​ຫລາຍລ້ວນ​ແຕ່​ຖືກ​ຈັດວາງ​ໃນ​ປະ​ເພດ​ຄັດ​ອອກ.