ທ່ານໂປສີ່ລາຍເວົ້າວ່າ,ຈີນຈະໂຮມສູນກຳລັງສັງຄົມຍິ່ງຫຼາຍເຂົ້າໃນພາລະກິດບຳບັດຄວາມທຸກຍາກ
cri
Author: da
ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້,ໃນເວທີປາໄສພັດທະນາອຸດສາຫະກຳຈີນບຳບັດຄວາມທຸກຍາກຄັ້ງທຳອິດ,ທ່ານໂປສີ່ລາຍ ລັດຖະມົນຕີກະຊວງການຄ້າຈີນເວົ້າວ່າ,ຈີນຈະໂຮມສູນກຳລັງສັງຄົມຍິ່ງຫຼາຍເຂົ້າໃນພາລະກິດບຳບັດຄວາມທຸກຍາກ.
ທ່ານໂປສີ່ລາຍເວົ້າວ່າ,ການໂຮມສູນກຳລັງສັງຄົມໃນທຸກດ້ານ,ພ້ອມກັນໃຊ້ເຂົ້າໃນພາລະກິດບຳບັດຄວາມທຸກຍາກ,ນີ້ແມ່ນການປະດິດສ້າງ,ທັງໄດ້ສະໜອງແທ່ນໃຫ້ແກ່ຄົນໃຈບຸນນັບເປັນພັນເປັນໝື່ນແລະນັກທຸລະກິດທີ່ມີຄວາມຮັບຜິດຊອບສັງຄົມຕອບແທນຕໍ່ສັງຄົມ.ທ່ານເວົ້າວ່າ,ໃນເກືອບ 10 ປີມານີ້,ພຽງແຕ່ພາລະກິດສະຫງ່າລາສີ ກິດຈະການບຳບັດຄວາມທຸກຍາກທີ່ນັກທຸລະກິດເອກະຊົນຈີນຈັດຂຶ້ນນັ້ນ ກໍມີວິສາຫະກິດເອກະຊົນ 1 ໝື່ນ 4 ພັນຫຼັງເຂົ້າຮ່ວມ,ອັນໄດ້ຊ່ອຍເຫຼືອລ້ານກວ່າຄົນຫຼຸດພົ້ນອອກຈາກຄວາມທຸກຍາກ.
|
|