|
 |
(GMT+08:00)
2005-06-01 11:11:52
|
 |
ທ່ານເວີນເຈຍປາວເວົ້າວ່າ ຈີນຈະໃຊ້ນະໂຍບາຍແລະມາດຕະການພິເສດຊຸກຍູ້ເສດຖະກິດຂອງເຂດຊົນເຜົ່າພັດທະນາຢ່າງວ່ອງໄວ
cri
Author: da
ຕາມຂ່າວCRI: ວັນທີ 28 ພຶດສະພາ ຢູ່ທີ່ປັກກິ່ງ ທ່ານເວີນເຈຍປາວເວົ້າວ່າ, ຈີນຈະໃຊ້ນະໂຍບາຍແລະມາດຕະການພິເສດ,ຊຸກຍູ້ເສດຖະກິດຂອງເຂດຊົນເຜົ່າພັດທະນາຢ່າງວ່ອງໄວ ສັງຄົມມີຄວາມກ້າວໜ້າຢ່າງຮອບດ້ານແລະຊີວິດການເປັນຢູ່ຂອງປະຊາຊົນຍົກສູງຂຶ້ນຢ່າງເດັ່ນຊັດ.

ທ່ານເວີນເຈຍປາວແມ່ນໃຫ້ທັດສະນະດັ່ງກ່າວໃນກອງປະຊຸມວຽກງານຊົນເຜົ່າສູນກາງທີ່ອັດລົງໃນມື້ດຽວກັນ.
ທ່ານເວີນເຈຍປາວເວົ້າວ່າ,ຈີນຈະເພີ່ມຄວາມແຮງໃນການພັດທະນາບຳບັດຄວາມທຸກຍາກໃນເຂດຊົນເຜົ່າ,ເພີ່ມທະວີການສະໜັບສະໜູນເຂດຊົນເຜົ່າທຸກຍາກພິເສດແລະເຂດຊົນເຜົ່າຊາຍແດນ;ຍາດແຍ່ງໃຊ້ເວລາປະມານ 5 ປີຊ່ອຍເຫຼືອຊົນເຜົ່າທີ່ມີປະຊາກອນບໍ່ຫຼາຍ ແກ້ໄຂບັນຫາກິນອີ່ມນຸ່ງອຸ່ນໃນຂັ້ນພື້ນຖານ,ເຮັດໃຫ້ລະດັບການພັດທະນາເສດຖະກິດແລະສັງຄົມຂອງຊົນເຜົ່າເຫຼົ່ານີ້ບັນລຸລະດັບຜ້ານກາງຫຼືຜ້ານກາງຂຶ້ນໄປໃນທ້ອງຖິ່ນນັ້ນໃນຂັ້ນພື້ນຖານ.
|
|
|