ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-01 19:57:58    
ລັດ​ຖະ​ບານ​ໄທ​ປະ​ກາດ​ປະ​ລະ​ການ​ຂັບ​ໄລ່​ຜູ່​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທີ່​ຕ້ານ​ລັດ​ຖະ​ບານ

cri
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ31​ພຶດສະພາ​ທີ່​ຜ່ານ​ມາ,ທ່ານ​ສະ​ເຫຼີ​ມຢູ່​ບຳລຸງ ລັດຖະມົນຕີ​ວ່າການ​ກະຊວງ​ມະຫາດ​ໄທ​ຂອງ​ໄທ​ປະກາດ​ວ່າ,ລັດຖະບານ​ໄດ້​ຕົກລົງ​ປະລະການຂັບ​ໄລ່​ຜູ່​ເຂົ້າ​ຮ່ວມ​ການ ​ໂຮມ​ຊຸມນຸນທີ່​ຕ້ານ​ລັດຖະບານ​ຢ່າງ​ຂະໜາດ​ໃຫຍ່,​ແຕ່​ວ່າ​ຫວັງ​ໃຫ້​ການ​ໂຮມ​ຊຸມ​ນຸມ​ດຳ​ເນີນຢູ່​ພາຍ​ໃນ​ຂອບ​ກົດໝາຍ.

ທ່ານ​ສະ​ເຫຼີ​ມກ່າວ​ວ່າ,ທ່ານ​ແມ່ນ​ປະກາດ​ການ​ຕົກລົງ​ດັ່ງກ່າວ​ໂດຍ​ໄດ້​ຮັບ​ຄວາມ​ມອບ​ໝາຍ​ຈາກ​ທ່າ​ນສະໝັກ​ສຸນ​ທໍລະ​ເວດ ນາຍົກລັດຖະມົນຕີ.ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ໄດ້​ໃຫ້​ຄຳ​ອະທິ​ບາຍ​ກ່ຽວ​ກັບ​ທ່ານ​ສະໝັກ​ປະ​ກາດ​ໃຊ້​ການ​ກະ​ທຳ​ຂັບ​ໄລ່​ຜູ່​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທີ່​ຕ້ານ​ລັດຖະບານ​ໃນ​ວັນ​ທີ31​ພຶດສະພາ​ນີ້.ທ່ານ​ສະ​ເຫຼີມ​ກ່າວ​ວ່າ,​ໃນ​ເວ​ລາ​ນັ້ນ,​ທ່ານ​ສະ​ໝັກ​ໄດ້​ຮັບ​ການ​ລາຍ​ງານ​ວ່າ​ມີ​ຄົນ​ຈະ​ກໍ່​ເຫດການ​ກໍ່​ການ​ຮ້າຍ​ໃນ​ການ​ໂຮມ​ຊຸມນຸມ,ສະ​ນັ້ນ​ຈິ່ງ​ມີ​ການ​ຕົກລົງ​ດັ່ງກ່າວ,ສ່ວນ​ປັດຈຸບັນ,ລັດຖະບານ​ໄດ້​ກຳຈັດ​ຄວາມ​ອັດ​ຕະລາຍ​ທີ່​ແຝງ​ຊ້ອນ​ຢູ່​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຄວບ​ຄຸມ​ສະຖານະ​ການ​ໄວ້​ໄດ້,ສະ​ນັ້ນ,ຈິ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ​ຈະ​ຂັບ​ໄລ່​ຜູ່​ເຂົ້າ​ຮ່ວມ​ການໂຮມ​ຊຸມນຸມ.

ການ​ໂຮມ​ຊຸມນຸມ​ຕ້ານ​ລັດຖະບານຢ່າງ​ຂະໜາດ​ໃຫຍ່​ທີ່​ອົງ​ການ​ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ຈັດ​ຕັ້ງ​ມາ​ແຕ່​ວັນ​ທີ25​ພຶດສະພາ​ແລ້ວ​ນີ້​ໄດ້​ສື​ບຕໍ່​ດຳ​ເນີນ​ຢູ່​ໃຈກາງ​ນະ​ຄອນ​ຫຼວງ​ບາງ​ກອກ​.