ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 14:41:54    
ອົງ​ການ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ​ແລະ​ຊາວ​ຈີນ​ຈີນ​ຕ່າງ​ດ້າວ​ທີ່​ຢູ່​ຕ່າງ​ປະ​ເທດ​ໄວ້ອາ​ໄລ​ເຖິງ​ຜູ່​ເສຍ​ຊີ​ວິດ​ໃນ​ແຜ່ນ​ດິນ​ໄຫວ

cri

ຕາມ​ຂ່າວ cri:ວັນ​ທີ 19 ພຶດສະພາ​ນີ້ ສະຖານທູດ​ແລະ​ສະຖານກົງສູນ​ຈີນ​ປະຈຳ​ຕ່າງປະ​ເທດ ສຳນັກງານ​ຜູ່​ແທນ​ຈີນ​ປະຈຳ​ອົງການ​ຈັດຕັ້ງສາກົນ ອົງການ​ທຶນ​ຈີນ​ປະຈຳ​ຕ່າງປະ​ເທດພ້ອມ​ດ້ວຍ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ຢູ່​ຕ່າງປະ​ເທດ​ໄດ້ຈັດພິທີໄວ້ອາໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ່​ເສຍ​ຊີວິດ​ໃນ​ແຜ່​ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ.

​ເລີ່ມ​ແຕ່​ຕອນ​ເຊົ້າວັນ​ທີ 19 ພຶດສະພາ​ນີ້, ສະຖານທູດ​ແລະ​ສະຖານກົງສູນ​ຈີນ​ປະຈຳ​ຕ່າງປະ​ເທດ ສຳນັກງານ​ຜູ່​ແທນ​ຈີນ​ປະຈຳ​ອົງການ​ຈັດຕັ້ງສາກົນ​ແລະອົງການ​ທຶນ​ຈີນ​ປະຈຳປະ​ເທດ​ຕ່າງໆ​​ໄດ້​ຈັດ​ພິທີຊັກ​ທຸງ​ລົງ​ເຄິ່ງ​ເສົາ​ເພື່ອ​ໄວ້ອາ​ໄລ​​ເຖິງ​ຜູູ່​ເສຍ​ຊີວິດ​ໃນ​ແຜ່​ນດິນ​ໄຫວ.ສະຖານທູສະຖານກົງສູນດ​ຈີນ​​ປະຈຳ​ຕ່າງປະ​ເທດ​ແລະ​ສຳນັກງານ​ຜູ່​ແທນ​ຈີນ​ປະຈຳ​ອົງການ​ຈັດຕັ້ງສາກົນ​ຍັງ​ໄດ້​ຈັດ​ໃຫ້​ມີ​ປື້​ມຂຽນ​ຄຳ​ໄວ້ອາ​ໄລ,​ເພື່ອ​ໃຫ້​ບຸກຄົນ​ວົງ​ການ​ຕ່າງໆ ຊາວ​ຈີນ ຈີນ​ຕ່າງ​ດ້າວ​ແລະ​ເພື່ອນ​ຜູ່​ມີ​ມິດຕະພາບ​ຂອງ​ຕ່າງປະ​ເທດ​ໄປ​ໄວ້​ອາ​ໄລ.

​ເວລາ 14 ​ໂມງ 28 ນາທີ ​ເວລາ​ປັກ​ກິ່ງ, ພະນັກງານຂອງສະຖານທູດ​​ແລະ​ສະຖານກົງສູນ​ຈີນ​ປະຈຳ​ຕ່າງປະ​ເທດ ສຳນັກງານ​ຜູ່​ແທນ​ຈີນ​ປະຈຳ​ອົງການ​ຈັດຕັ້ງສາກົນ ອົງການ​ທຶນ​ຈີນ​ປະຈຳ​ຕ່າງປະ​ເທດ​ ນາຍ​ແລະ​ພົນທະຫານ​ຂອງ​ກອງທະຫານ​ຮັກສາ​ສັນຕິພາບ​ຈີນ ສະມາຊິກ​ຫນ່ວຍ​​ແພດຂອງ​ຈີນ​ພ້ອມ​ກັບ​ປະຊາຊົນ​ຈີນ​ທີ່​ຢູ່​ພາຍ​ໃນ​ປະ​ເທດ,ກົ້ມຫົວ​ລົງ​ເປັນ​ເວລາ 3 ນາທີ, ​ເພື່ອ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​​ໄຫວ​ເທື່ອ​ນີ້​ຢ່າງ​ເສົ້າ​ສະຫລົດ​ໃຈ.


1 2 3 4 5