ຕາມຂ່າວCRI,ວັນທີ19ພຶດສະພານີ້,ປະຊາຄົມໂລກພາກັນໃຊ້ຮູບການຕ່າງໆຮ່ວມກັບປະຊາຊົນຈີນໄວ້ອາໄລດ້ວຍຄວາມເສົ້າສະຫຼົດໃຈຕໍ່ຜູ່ເສຍຊີວິດຍ້ອນແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງເວິ້ນຊ່ວນແຂວງເສສວນຈີນ.ວັນທີ19ພຶດສະພານີ້,ທ່ານບານກີມູນເລຂາທິການໃຫຍ່ສະຫະປະຊາຊາດໄດ້ໄປສະຖານທີ່ຄະນະຜູ່ແທນຈີນປະຈຳສະຫະປະຊາຊາດ,ໄວ້ອາໄລຕໍ່ຜູ່ເສຍຊີວິດຍ້ອນແຜ່ນດິນໄຫວເມືອງເວິ້ນຊວນຈີນ.ມື້ດຽວກັນ,ທ່ານປາສການ ລາມີ ຜູ່ອຳນວຍການໃຫຍ່ອົງການການຄ້າໂລກຫຼືWTOກໍ່ໄປຮອດສະຖານທີ່ຄະນະຜູ່ແທນຈີນປະຈຳອົງການການຄ້າໂລກທີ່ເຊີແນວເພື່ອໄວ້ອາໄລຜູ່ເສຍຊີວິດ.
ໃນພິທີໄຂກອງປະຊຸມອະນາໄມໂລກຄັ້ງທີ61ທີ່ຈັດຂຶ້ນຢູ່ເຊີແນວໃນວັນທີ19ພຶດສະພານີ້,ຜູ່ແທນຂອງ193ປະເທດສະມາຊິກຂອງອົງການອະນາໄມໂລກໄດ້ຢືນສະຫງົບນິ້ງກົ້ມຫົວໄວ້ອາໄລ1ນາທີຕໍ່ຜູ່ເສຍຊີວິດໃນແຜ່ນດິນໄຫວຈີນແລະຜູ່ເສຍຊີວິດຍ້ອນລົມພາຍຸແຖບຮ້ອນຮ້າຍແຮງຂອງມຽນມາ.
ເວລາ14ໂມງ28ນາທີຂອງ ວັນທີ19ພຶດສະພານີ້ ຕາມເວລາປັກກິ່ງ,ສປປເກົາຫຼີໄດ້ເປີດສັນຍານເຕືອນໄພທາງອາກາດເພື່ອໄວ້ອາໄລຜູ່ເສຍຊີວິດຍ້ອນແຜ່ນດິນໄຫວຄືດັ່ງປະຊາຊົນຈີນ.

ວັນທີ19ພຶດສະພານີ້,ທ່ານຊາໂຄຊີ ປະທານາທິບໍດີຝະຣັ່ງໄປສະຖານທູດຈີນປະຈຳ ຝະຣັ່ງເພື່ອໄວ້ອາໄລຜູ່ເສຍຊີວິດຍ້ອນແຜ່ນດິນໄຫວຈີນ,ທ່ານໄດ້ໃຫ້ສຳພາດຕໍ່ສື່ມວນຊົນ
ວັນທີ19ພຶດສະພານີ້,ບຸກຄົນສຳຄັນດ້ານການເມືອງຂອງຫວຽດນາມ,ສເກົາຫຼີ ບັງກະລາເດັດ ກາຊັກສະຖານ ອູກັນດາ ຝະຣັ່ງແລະອີຕາລີແລະປະເທດອື່ນໆກໍ່ໄປຮອດສະຖານທູດຈີນປະຈຳປະເທດຕົນເພື່ອສະແດງຄວາມໄວ້ອາໄລຕໍ່ຜູ່ເສຍຊີວິດຍ້ອນແຜ່ນດິນໄຫວ,ແລະສະແດງຄວາມເຫັນໃຈຕໍ່ປະຊາຊົນຈີນທີ່ພວມກູ້ໄພຢູ່.

ວັນທີ19ພຶດສະພານີ້,ຢູ່ສະຖານທູດຈີນປະຈຳຝະຣັ່ງ,ທ່ານຊາໂຄຊີຂຽນຄຳໄວ້ອາໄລ ໃສ່ປຶ້ມຂຽນຄວາມໄວ້ອາໄລຜູ່ເສຍຊີວິດໃນແຜ່ນດິນໄຫວຈີນ.
ມື້ດຽວກັນ,ບຸກຄົນໄມຕີຈິດຢູ່ແຫ່ງທີ່ເປັນທີ່ຕັ້ງຂອງອົງການຈີນປະຈຳຕ່າງປະເທດແລະທູຕານຸທູດປະເທດຕ່າງໆກໍ່ໄດ້ພາກັນໄປອົງການຈີນປະຈຳຕ່າງປະເທດເພື່ອໄວ້ອາໄລຜູ່ເສຍຊີວິດຍ້ອນແຜ່ນດິນໄຫວຮ້າຍແຮງເມືອງເວິ້ນຊວນຈີນ.

ວັນທີ19ພຶດສະພານີ້,ຢູ່ແບັກແລງ ນະຄອນຫຼວງເຢຍລະມັນ,ຊາວຈີນຕ່າງດ້າວ,ນັກສຶກສາຈີນທີ່ຢູ່ແບັກແລງແລະເພື່ອນມິດເຢຍລະມັນຈັດພິທີ ໄວ້ອາໄລຜູ່ເສຍຊີວິດໃນແຜ່ນດິນໄຫວຈີນ

|