ຕາມຂ່າວCRI, ຫຼັງຈາກເມືອງເວິ້ນຊ່ວນແຂວງເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນເກີດແຜ່ນດິນໄຫວໃນວັນທີ12ພຶດສະພານີ້, ຫວ່າງມໍ່ໆນີ້, ປະຊາຄົມໂລກສືບຕໍ່ສະແດງຄວາມເຫັນໃຈຕໍ່ຈີນແລະຊ່ອຍເຫຼືອການກູ້ໄພ, ຊາວຈີນຕ່າງດ້າວແລະເພື່ອນມິດຕ່າງປະເທດກໍ່ບໍລິຈາກເງິນໃຫ້ເຂດປະສົບໄພຢ່າງຫ້າວຫັນ.
ທ່ານແອມເບກີ ປະທານາທິບໍດີອາຟຼິກາໃຕ້, ນາງຄຼິສດີນາ ປະທານາທິບໍດີອັກຊັງຕິນ ທ່ານ ບາຣັດ ຈາກເດໂອ ປະທານາທິບໍດີກຸຍຢານ ທ່ານໂຣເບິດ ກາເບຼຍ ມູກາເບ ປະທານາທິບໍດີຊິມບາເວແລະທ່ານສະທິເຟີ ຮາເບີ ນາຍົກລັດຖະມົນຕີການາດາແລະທ່ານອື່ນໆໄດ້ສະແດງຄວາມເຫັນໃຈໄປຍັງທ່ານຫູຈິນທ່າວ ປະທານປະເທດຈີນ; ທ່ານອາບູດູລາ ອາມັດ ບາດາວີ ນາຍົກລັດຖະມົນຕີມາເລເຊຍ ທ່ານໂອຄິນ ໂອຄິລົບ ນາຍົກລັດຖະມົນຕີຕາຊີກີສະຖານ ທ່ານຟຼັນໂຄອິສ ຟິໂກ ນາຍົກລັດຖະມົນຕີຝຣັ່ງ ທ່ານເຟັດຣິກ ອິນເຟັດ ນາຍົກລັດຖະມົນຕີຊູແອັດແລະທ່ານອາເມັດ ມາມຸດໂມຮາເມັດ ນາເຊັຟ ນາຍົກລັດຖະມົນຕີເອຢິບໄດ້ສະແດງຄວາມເຫັນໃຈໄປຍັງທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນ.
ຫວ່າງມໍ່ໆນີ້, ລັດຖະບານມາເລເຊຍໄດ້ຕົກລົງຊ່ອຍເຫຼືອເງິນ1ລ້ານ5ແສນໂດລາໃຫ້ຈີນ;ລັດຖະບານອົສຕາລີໄດ້ຜ່ານຈາກສະພາກາແດງສາກົນຊ່ອຍເຫຼືອເງິນ1ລ້ານໂດລາອົສຕຼາລີໃຫ້ຈີນ, ລັດຖະບານອີຕາລີໄດ້ຊ່ອຍເຫຼືອເງິນແລະເຄື່ອງຂອງທີ່ເປັນມູນຄ່າ5ແສນເອີໂຣ;ລັດຖະບານແຟງລັງໄດ້ຕົກລົງຊ່ອຍເຫຼືອເງິນ5ແສນເອີໂລໃຫ້ຈີນ;ລັດຖະບານໂຮນລັງໄດ້ຜ່ານຈາກສະພາກາແດງສາກົນຊ່ອຍເຫຼືອເງິນ5ແສນເອີໂລ.
ໃນຂະນະດຽວກັນ,ຊາວຈີນຕ່າງດ້າວຢູ່ຕ່າງປະເທດ,ນັກສຶກສາຈີນທີ່ກຳລັງຮຽນຢູ່ຕ່າງປະເທດສືບຕໍ່ບໍລິຈາກເງິນເພື່ອສົງເຄາະຜູ່ປະສົບໄພ.ວັນທີ18 ພຶດສະພານີ້,ສະພາການຄ້າຈີນອາເມລິກາຈັດຕັ້ງການສະແດງເພື່ອການກຸສົນແລະໄດ້ຮັບເງິນບໍລິຈາກ1ແສນກວ່າໂດລາ;ຊາວຈີນຢູ່ໂປຕຸຍການບໍລິຈາກເງິນ8ໝື່ນກວ່າເອີໂລ;ຊາວຈີນຢູ່ກຼິກບໍລິຈາກເງິນ1ແສນກວ່າເອີໂລ;ນັກທຸລະກິດຈີນສ່ວນໜຶ່ງຢູ່ອາລັບຊາອູດິດບໍລິຈາກເງິນປະມານ1ໝື່ນ4ພັນໂດລາ;ສະພາການຄ້າຈີນຂອງມຽນມາບໍລິຈາກເງິນປະມານ1ໝື່ນ8ພັນໂດລາ;ສະມາຄົມມິດຕະພາບນັກສຶກສາຈີນຢູ່ຍີ່ປຸ່ນໄດ້ຮັບເງິນບໍລິຈາກ3ລ້ານເຢັນ.ນອກນີ້,ຊາວຈີນ,ນັກສຶກສາຈີນທີ່ອາໃສຈີນຢູ່ຝະລັ່ງ,ອິນໂດເນເຊຍ,ເຢລະມັນ,ໄອສ໌ເລັນແລະດັວກກີເປັນຕົ້ນແລະກອງການປິ່ນປົວຈີນປະຈຳກົງໂກ(ກີນຊາຊາ)ກໍ່ໄດ້ບໍລິຈາກເງິນໃຫ້ເຂດປະສົບໄພຢ່າງທ້າວທັບ.
ນອກນີ້,ຂ່າວແຈ້ງວ່າ,ໃນຫຼາຍມື້ມານີ້,ສື່ມວນຊົນຕ່າງປະເທດໄດ້ພາກັນພິມບົດຄວາມ,ຍ້ອງຍໍລັດຖະບານແລະປະຊາຊົນຈີນທີ່ຕ້ານແລະກູ້ໄພແຜ່ນດິນໄຫວຢ່າງຕັ້ງໜ້າແລະບັງເກີດຜົນ,ເປີດເຜີຍຂໍ້ມູນຂ່າວສານຢ່າງໂປ່ງໃສ,ແລະເຊື່ອວ່າປະຊາຊົນຈີນມີຄວາມສາມາດສ້າງບ້ານແປງເມືອງຄືນໃໝ່ທີ່ສວຍງາມ.ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປສະບັບວັນທີ19ພຶດສະພານີ້ໄດ້ພິມບົດຄວາມໂດຍຍ້ອງຍໍມະມຸດສະທຳ ຄວາມກ້າຫານແລະມານະຈິດຂອງຈີນທີ່ສະແດງອອກໃນການກູ້ໄພ.ວັນທີ18ພຶດສະພານີ້,ຂ່າວສານອາເປແລະຂ່າວສານອາແອັຟເປ ລາຍງານວ່າ,ທ່ານຫູຈິນທາວ ຜູ່ນຳຈີນລົງກວດການຢູ່ເມືອງເວີ້ນຊ່ວນທີ່ເປັນເຂດປະສົບໄພແຜ່ນດິນໄຫວຢ່າງຮ້າຍແຮງທີ່ສຸດ,ຮຽກຮ້ອງໃຫ້ຖືການກູ້ເອົາຊີວິດຂອງຄົນເປັນໜ້າທີ່ສຳຄັນອັນດັບໜຶ່ງ. ວັນທີ17ພຶດສະພານີ້,ຂ່າວສານRIA ໂນໂວສຕີ ຣັດເຊຍໄດ້ພິມບົດຄວາມທີ່ພາດຫົວເລື່ອງວ່າ,ຈີນ ເດັດດ່ຽວຕໍ່ສູ້! ໂດຍຂຽນວ່າ,ໂດຍປະເຊີນໜ້າກັບໄພພິບັດ,ຈີນໄດ້ສະແດງໃຫ້ເຫັນຄວາມໝັ້ນໜຽວທົນທານແລະເຂັ້ມແຂງ,ທະໜຸທະໜອມຊີວິດ,ຈີນໄດ້ຮັບຄວາມເຄົາລົບນັບຖືແລະຄວາມຍ້ອງຍໍຈາກຊາວໂລກ, ໜັງສືພິມເອັກສເປຼໂຊ ຂອງປອກຕຸຍການໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ສື່ມວນຊົນຈີນທີ່ລາຍງານຂ່າວແຜ່ນດິນໄຫວຢ່າງເປີດເຜີຍແລະໂປ່ງໃສ.ນອກນີ້,ໜັງສືພິມເດີ ໂລສແອນເຈີເລັສ ທາມສແລະໜັງສືພິມເດີ ອົສຕຼາລຽນ ແລະສື່ມວນຊົນອື່ນໆກໍ່ໄດ້ພິມບົດຄວາມຍ້ອງຍໍລັດຖະບານຈີນທີ່ດຳເນີນວຽກງານກູ້ໄພຢ່າງວ່ອງໄວ,ບັງເກີດຜົນແລະເປັນລະບຽບ.
|